ການປັບປຸງລັດຖະທຳມະນູນ ຊີຣີ ຂຶ້ນກັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນ

(VOVWORLD) - ທ່ານປະທານາທິບໍດີ ຊີຣີ Bashar Al Assad ຖະແຫຼງວ່າ ບໍ່ວ່າການປັບປຸງລັດຖະທຳມະນູນໃດຢູ່ ຊີຣີ ລ້ວນແຕ່ຈະໄດ້ດຳເນີນ ພຽງແຕ່ຖ້າຫາກໄດ້ຮັບການສະໜັບສະໜູນຂອງປະຊາຊົນປະເທດນີ້ເທົ່ານັ້ນ.
ການປັບປຸງລັດຖະທຳມະນູນ ຊີຣີ ຂຶ້ນກັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນ - ảnh 1 ທ່ານປະທານາທິບໍດີ ຊີຣີ Bashar Al Assad (ພາບ: AFP/TTXVN )

ທີ່ການຕອບສຳພາດຕໍ່ຊອງໂທລະພາບ NTV ຂອງ ລັດເຊຍ, ເຊິ່ງອອກອາກາດໃນວັນທີ 24 ມິຖຸນາ, ທ່ານປະທານາທິບໍດີ ຊີຣີ Bashar Al Assad ຊີ້ແຈ້ງວ່າ: ຖ້າຫາກມີການຢັ່ງຫາງສຽງ ແລະ ປະຊາຊົນສະໜັບສະໜູນລັດຖະທຳມະນູນສະບັບໃໝ່, ລັດຖະບານຈະເຫັນດີຕໍ່ສິ່ງດັ່ງກ່າວ. ນັ້ນແມ່ນຄວາມຕັດສິນໃຈຂອງຊາວ ຊີຣີ. ທ່ານປະທານາທິບໍດີ ຊີຣີ Bashar Al Assad ເນັ້ນໜັກວ່າ ການປັບປຸງລັດຖະທຳມະນູນ ຈະບໍ່ມີການແຊກແຊງຂອງປະທານາທິບໍດີ ຫຼື ລັດຖະບານ ຊີຣີ ແລະ ກໍ່ບໍ່ມີການແຊກແຊງຂອງຕ່າງປະເທດ ຫຼື ບັນດາອົງການຈັດຕັ້ງສາກົນ.

        ນອກນັ້ນ, ທ່ານປະທານາທິບໍດີ ຊີຣີ Bashar Al Assad ກໍ່ກ່າວປະນາມເລື່ອງຝ່າຍຕາເວັນຕົກຍົກອອກບັນດາຄຳກ່າວຫານຳໃຊ້ອາວຸດເຄມີເປັນບ່ອນອີງເພື່ອແຊກແຊງເຂົ້າ ຊີຣີ. ທ່ານເນັ້ນໜັກວ່າ ຊີຣີ ບໍ່ມີອາວຸດເຄມີແຕ່ປີ 2003.

ຕອບກັບ

ຂ່າວ/ບົດ​ອື່ນ