ການປະຊຸມ SOM ອາຊຽນ, SOM ອາຊຽນ+3 ແລະ SOM EAS

ການປະຊຸມ SOM ອາຊຽນ, SOM ອາຊຽນ+3 ແລະ SOM EAS - ảnh 1
ການປະຊຸມ SOM ອາຊຽນ, SOM ອາຊຽນ+3 ແລະ SOM EAS
(ພາບ: TTXVN)


(vovworld) - ​ໃນ​ລະຫວ່າງ​ວັນ​ທີ 6-7/5/2016, ຢູ່ ຫຼວງ​ພະ​ບາງ, ປະ​ເທດ​ລາວ, ​ໄດ້​ດຳ​ເນີນ​ການ​ປະຊຸມ​ເຈົ້າ​ໜ້າ​ທີ່ອາວຸ​ໂສ (SOM) ຂອງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ, ອາ​ຊຽນ+3 (​ເຊິ່ງລວມມີ ສ​ເກົາຫຼີ, ຍີ່ປຸ່ນ ​ແລະ ຈີນ) ​ແລະ ກອງ​ປະຊຸມຂັ້ນ​ສູງ ອາຊີ​ຕາ​ເວັນ​ອອກ (EAS). ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ ​ເລ​ຮ່ວາຍ​ຈູງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າ SOM ອາ​ຊຽນ - ຫວຽດນາມ​ເປັນ​ຫົວໜ້າ​ຄະນະ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທີ່​ກອງ​ປະຊຸມ SOM ອາ​ຊຽນ, ບັນດາ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນຍາ​ຜັນ​ຂະຫຍາຍ​ວິ​ໄສ​ທັດ​ປະຊາ​ຄົມ ອາ​ຊຽນ 2025 ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ, ​ເພື່ອ​​ເຮັດ​ໃຫ້​ປະຊາ​ຄົມ​ອາ​ຊຽນມີ​ການຮ່ວມ​ສຳພັນ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ, ຮອບດ້ານ ​ແລະ ມຸ່ງ​ໄປ​ເຖິງ​ປະຊາຊົນ. ກ່ຽວ​ກັບ​ການ​ຮ່ວມ​ມື ອາ​ຊຽນ, ທ່ານ ​ເລ​ຮ່ວາຍ​ຈູງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນຜັນ​ຂະຫຍາຍ​ການ​​ເຄື່ອນ​ໄຫວ​ຕ່ງໆ​ໃນ​ແຜນການ​ສັງ​ລວມ ການ​ເມືອງ - ຄວາມ​ໝັ້ນຄົງ ອາ​ຊຽນ 2025, ສືບ​ຕໍ່​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ບົດບາດ​ຕົ້ນຕໍ, ​ເພີ່ມ​ທະວີ​ຄວາມ​ສາມັກ​ຄີ, ຄວາມ​ເປັນ​ເອກະ​ພາບ​ຂອງ​ອາ​ຊຽນ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ຍຸດ​ທະ​ສາດ​ຢູ່​ພາກ​ພືນ, ​ໃນ​ການ​ພົວພັນ​ລະຫວ່າງ ອາ​ຊຽນກັບ​ບັນດາ​ຄູ່​ຮ່ວມ​ມື​ພາຍ​ນອກ ກໍ່​ຄື​ໃນ​ໂຄງ​ປະກອບ​ພາກ​ພື້ນ, ບົນ​ພື້ນຖານ​ບັນດາ​ເວທີ​ປາ​ໄສ​ໂດຍ ອາ​ຊຽນນຳພາ. ທີ່​ກອງ​ປະຊຸມ SOM ອາ​ຊຽນ +3, ບັນດາ​ປະ​ເທດ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ວິວັດ​ການ​ຮ່ວມ​ມື​ ອາ​ຊຽນ + 3 ​ແມ່ນ​ຂອບ​ເຂດ​ຕົ້ນຕໍ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ສຳພັນ​ໃນ​ພາກ​ພື້ນ, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ຍາວ​ນານ​ແມ່ນ​ປະຊາ​ຄົມ ອາຊີ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ