ການປະຊຸມຂ່າວປະກາດ ອ່າວ Ha Long ກາຍເປັນສິ່ງມະຫັດສະຈັນ ແຫ່ງໃຫມ່ຂອງໂລກ

 

ການປະຊຸມຂ່າວປະກາດ ອ່າວ Ha Long    ກາຍເປັນສິ່ງມະຫັດສະຈັນ     ແຫ່ງໃຫມ່ຂອງໂລກ - ảnh 1
ທ່ານ Bernard Weber ແລະ ທ່ານ Jean Paul ສັງກັດອົງການ
New 7 Wonders ໃນການປະຊຸມຂ່າວ
ພາບ:internet

(vovworld) - ອ່າວ Ha Long ຂອງ​ຫວຽດນາມ ກາຍ​ເປັນ​ຫນຶ່ງ​ໃນ​ສິ່ງ​ມະຫັດສະ​ຈັນ​ທຳ​ມະ​ຊາດ​​ໃຫມ່ 7  ​ແຫ່ງ​ຂອງ​ໂລກ,​ ນີ້​ແມ່ນ​ຄຳປະກາດ​ໂດຍ​​ແມ່ນ​ທ່ານ Bernard Weber ປະທານ​ອົງການ New 7 Wonders ຍົກ​ອອກ​ໃນ​ການ​ປະຊຸມ​ຂ່າວ​ຊຶ່ງ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 30/3 ຢູ່ ຮ່າ​ໂນ້ຍ. ນະ​ພິທີ​ປະກາດ​ຢ່າງ​ເປັນ​ທາງ​ການ, ອົງການ New 7 Wonders ຈະ​ມອບ​ໃຫ້​ ຫວຽດນາມ ສີ​ລາ​ຫລອມ​ດ້ວຍ​ທອງ​ແດງ 2 ​ແຜ່ນ, ​ໃນ​ນັ້ນ​ມີ​ເນື້ອ​ໃນ​ຮັບ​ຮູ້​ອ່າວ  Ha Long ​ແມ່ນ​ສິ່ງ​ມະຫັດສະຈັນ​ທຳ​ມະ​ຊາດ​ໃຫມ່​ຂອງ​ໂລກ​ເພື່ອ​ຕັ້ງ​ຢູ່ Ha Noi ​ແລະ ​ແຂວງ  Quang Ninh. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ, ທ່ານ​ Bernard Weber ປະທານ​ອົງການ New 7 Wonders ​ເວົ້າ​ວ່າ:

        “ອ່າວ Ha Long ແມ່ນ​ເຂດ​ດິນ​ແດນ​ໃຫມ່​ທີ່​ສວຍ​ງາມ ດ້ວຍ​ທິວ​ທັດ​ທະ​ມະ​ຊາດ​ມະຫັດສະຈັນ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ດ້ວຍ​ໄຊຊະນະ​ນີ້​ຂອງ ອ່າວ Ha Long ຈະ​ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ການທ່ອງທ່ຽວ ຫວຽດນາມ ​ແລະ ປາດ​ຖະຫນາ​ວ່າ ຊາວ​ຫວຽດນາມ ຈະ​ມີ​ຄວາມ​ຮັບຜິດຊອບ​​ໃນການ​ປົກ​ປັກ​ຮັກສາ​ແບບ​ຍືນ​ຍົງ​ໃຫ້​ແກ່​ສິ່ງ​ມະຫັດສະຈັນ​ນີ້​ກວ່າອີກ.”

        ພິທີ​ປະກາດ ​ແລະ ຮັບ​ນາມມະຍົດ ອ່າວ Ha Long ກາຍ​ເປັນ​​ສິ່ງ​ມະຫັດສະ​ຈັນ​ທຳ​ມະ​ຊາດ​​ໃຫມ່ຂອງ​ໂລກ ຈະ​ຖືກ​ຈັດ​ຂຶ້ນ​ຢູ່ ສະຫນາມກິລາ​ແຫ່ງ​ຊາດ My Dinh, ນະຄອນຫລວງ Ha Noi ​ໃນ​ວັນ​ທີ 27/04 ​ແລະ ​ເຂດ​ທ່ອງ​ທ່ຽວ​ສາກົນ Ha Long ​ໃນ​ວັນ​ທີ 01/05 ​ກົງ​ກັບ​ເຫດການ Caraval Ha Long./.

ຂ່າວ/ບົດ​ອື່ນ