ການ​ປະ​ຕິ​ວັດ​ເດືອນ​ ຕຸ​ລາ ຍາ​ມ​ໃດ​ກໍ​ແມ່ນ​ກຳ​ລັງ​ໜູ​ນ​ຂອງ​ການ​ກ້າວ​ໜ​້າ, ປອງດອງ ແລະ ພັດ​ທະ​ນາ

(VOVWORLD) - ວັນທີ 7 ພະຈິກ, ປະຊາຊົນຜູ້ກ້າວໜ້າໃນໂລກ ໄດ້ສະເຫຼີມສະຫຼອງການປະຕິວັດເດືອນ ຕຸລາ ລັດເຊຍ ຍາດໄດ້ໄຊຊະນະ ຄົບຮອບ 106 ປີ (7/11 – 1917 – 7/11/2023). ການປະຕິວັດກຳມະຊີບທຳອິດໃນປະຫວັດສາດໂລກ ແລະ ການສະຖາປະນາຂອງ ລັດ ໂຊຫວຽດ ໄດ້ເຮັດໃຫ້ປ່ຽນແປງຊາຕະກຳຂອງປະເທດ ໂຊຫວຽດ ໂດຍພື້ນຖານ, ນຳປະຊາຊົນກາຍເປັນເຈົ້າຂອງປະເທດຊາດ, ເປັນເຈົ້າຂອງສັງຄົມ.  ການປະຕິວັດດັ່ງກ່າວ ໄດ້ເປີດຊ່ອງທາງໃຫ້ແກ່ຂະບວນການປະຕິວັດຂອງບັນດາປະເທດຫົວເມືອງຂຶ້ນ, ໃນນັ້ນ ມີ ຫວຽດນາມ.
ການ​ປະ​ຕິ​ວັດ​ເດືອນ​ ຕຸ​ລາ ຍາ​ມ​ໃດ​ກໍ​ແມ່ນ​ກຳ​ລັງ​ໜູ​ນ​ຂອງ​ການ​ກ້າວ​ໜ​້າ, ປອງດອງ ແລະ ພັດ​ທະ​ນາ - ảnh 1ທ່ານຮວ່າງມິງເຍິນ, ປະທານສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ນະຄອນ ໂຮ່ຈີມິນ (ພາບ:VOV)

ເນື່ອງໃນໂອກາດນີ້, ຕອນເຊົ້າວັນທີ 7 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ, ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ໄດ້ສົມທົບກັບ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ຈັດງານພົບປະສັງສັນ ສະເຫຼີມສະຫຼອງການປະຕິວັດເດືອນ ຕຸລາ ລັດເຊຍ ຄົບຮອບ 106 ປີ. ກ່າວຄຳເຫັນນະທີ່ນີ້, ທ່ານ ຮວ່າງມິງເຍິນ, ປະທານສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ, ນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ:

        “ສຳລັບພາລະກິດປະຕິວັດ ຫວຽດນາມ, ປະຊາຊົນ ຫວຽດນາມ, ການປະຕິວັດ ເດືອນຕຸລາ ລັດເຊຍ ຍາມໃດກໍແມ່ນກຳລັງໜູນທີ່ໃຫຍ່ຫຼວງ ນຳມະນຸດຜູ້ກ້າວໜ້າກ້າວເຂົ້າສູ່ໜ້າປະຫວັດສາດໃໝ່ແຫ່ງຄວາມກ້າວໜ້າ, ປອງດອງ ແລະ ພັດທະນາ. ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ນະຄອນ ໂຮ່ຈີມິນ ຈະເຮັດຈົນສຸດຄວາມສາມາດເພື່ອຮັກສາ ແລະ ພັດທະນາການພົວພັນທີ່ເປັນມູນເຊື້ອອັນດີງາມຂອງປະຊາຊົນສອງປະເທດ, ສາຍພົວພັນໂດຍການປະຕິວັດເດືອນ ຕຸລາ ລັດເຊຍ ທີ່ຍິ່ງໃຫຍ່ສ້າງຂຶ້ນ”.

ການ​ປະ​ຕິ​ວັດ​ເດືອນ​ ຕຸ​ລາ ຍາ​ມ​ໃດ​ກໍ​ແມ່ນ​ກຳ​ລັງ​ໜູ​ນ​ຂອງ​ການ​ກ້າວ​ໜ​້າ, ປອງດອງ ແລະ ພັດ​ທະ​ນາ - ảnh 2ຄະນະຜູ້ແທນນະຄອນ ຮ່າໂນ້ຍ ວາງພວງມາລາ ຢູ່ອະນຸສາວະລີ ເລນິນ (ພາບ: hanoionline.vn)

        ຢູ່ຮ່າໂນ້ຍ, ກໍໃນຕອນເຊົ້າຂອງວັນດຽວກັນ, ຄະນະຜູ້ແທນນະຄອນ ຮ່າໂນ້ຍ ໂດບທ່ານ ດິງຕຽນຢຸງ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ໄດ້ນຳໜ້າຄະນະໄປວາງພວງພາລາ ຢູ່ ອະນຸສາວະລີ V.I ເລນິນ ຢູ່ສວນສາທາລະນະ ເລນິນ (ເມືອງ ບາດິ່ງ, ຮ່າໂນ້ຍ).

ຕອບກັບ

ຂ່າວ/ບົດ​ອື່ນ