ການປະຕິວັດເດືອນຕຸລາລັດເຊຍ:ບົດຮຽນຢຶດໝັ້ນເປົ້າໝາຍເອກະລາດຊົນຊາດແລະເສັ້ນທາງກ້າວຂຶ້ນສັງຄົມນິຍົມ

(VOVWORLD) -ວັນທີ 7 ພະຈິກ ແມ່ນວັນສະເຫລີມສະຫລອງ 103 ປີແຫ່ງການປະຕິວັດເດືອນຕຸລາ ລັດເຊຍ (7/11/1917-7/11/2020). 
ການປະຕິວັດເດືອນຕຸລາລັດເຊຍ:ບົດຮຽນຢຶດໝັ້ນເປົ້າໝາຍເອກະລາດຊົນຊາດແລະເສັ້ນທາງກ້າວຂຶ້ນສັງຄົມນິຍົມ - ảnh 1 ພາບປະກອບ:tuyengiao.vn

ພາຍໃຕ້ການຊີ້ນຳນຳພາຂອງພັກ Bolshevik ລັດເຊຍ, ໂດຍແມ່ນທ່ານ V.Lenin  ນຳຫນ້າ, ວັນທີ 7ພະຈິກ ປີ 1917, ຊົນຊັ້ນກຳມະກອນ ແລະຊາວນາ ລັດເຊຍ ໄດ້ພ້ອມກັນລຸກຮຶ້ຂຶ້ນ, ໂຄ່ນລົ້ມອຳນາດການປົກຄອງຂອງຊົນຊັ້ນນາຍທຶນ ແລະ ຝຶນການປະຕິວັດ ສ້າງເປັນລັດ ໂຊວຽດ, ລັດຂອງກຳມະກອນຊາວນາ ທຳອິດໃນໂລກ ເປີດສາກໃຫ້ຍຸກສະໄຫມໃຫມ່ໃນປະຫວັດສາດຂອງມວນມະນຸດ ໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ.  ທ່ານຮອງສາດສະດາຈານ, ປອ ຫງວຽນວຽດຖາວ, ຮອງຫົວຫນ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຢືນຢັນວ່າ:

“ການປະຕິວັດເດືອນຕຸລາ ລັດເຊຍ ປີ 1917 ໂດຍແມ່ນພຶດຕິກຳຕົວຈິງປະຫວັດສາດໂລກໄດ້ພິສູດໃຫ້ເຫັນຄຸນຄ່າປະຫວັດສາດ ແລະຄຸນຄ່າຍຸກສະໄຫມອັນຍິ່ງໃຫຍ່, ໝັ້ນຄົງ ຂອງການປະຕິວັດເດືອນຕຸລາ ລັດເຊຍ. ການປະຕິວັດນີ້ ໄດ້ສ້າງເປັນລະບອບ ໂຊວຽດ ຂອງກຳມະກອນ ຊາວນາ ພົນທະຫານ ແລະມະຫາຊົນ ການປະຕິວັດ ລັດເຊຍ. ນັ້ນແມ່ນ ລະບອບ ສັງຄົມນິຍົມ. ສິ່ງນີ້ກໍ່ໝາຍຄວາມວ່າ ດ້ວຍໄຊຊະນະຂອງການປະຕິວັດເດືອນຕຸລາລັດເຊຍ ແລະການສ້າງຕັ້ງລັດໂຊວຽດ, ລັດທິນາຍທຶນ ບໍ່ແມ່ນກຳລັງຫນຶ່ງດຽວໃນພື້ນຖານເສດຖະກິດ, ການເມືອງທົ່ວໂລກ ແລະ ຕ້ອງເລີ່ມຕົ້ນຮ່ວມກັບສັງຄົມນິຍົມ.”

ສຳລັບຫວຽດນາມ, ການປະຕິວັດເດືອນຕຸລາ ລັດເຊຍ ສຳເລັດຜົນ ບໍ່ພຽງແຕ່ແຜ່ແສງສະຫວ່າງໃຫມ່ ແສງສະຫວ່າງຂອງລັດທິ Karl Mars – Lenin ເຍືອງແຈ້ງເສັ້ນທາງການປະຕິວັດເທົ່ານັ້ນ ຫາກຍັງເປັນການລະດົມມະຫາຊົນກຳມະກອນ ຊາວນາ ລຸກຂຶ້ນໂຄ່ນລົ້ມແອກຄອບຄອງຂອງລ່າເມືອງຂຶ້ນ, ສັກດີນາ ຍາດເອົາອຳນາດການປົກຄອງມາໃຫ້ປະຊາຊົນ. ການລຸກຮື້ຂຶ້ນທຳການປະຕິວັດເດືອນສິງຫາປີ 1945 ໃນທົ່ວປະເທດ ສະຖາປະນາປະເທດ ປະຊາທິປະໄຕຫວຽດນາມ ສຳເລັດແມ່ນຫລັກຖານພິສູດໃຫ້ເຫັນຢ່າງຈະແຈ້ງທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ