ການ​ປະ​ທະ​ກັນ Hamas - ອິດ​ສະ​ລາ​ແອັນ: WHO ຮຽກ​ຮ້ອງ ຈັດ​ການ ​ຂົນ​ສົ່ງ​​ເຄື່ອງ​ໜູນ​ຊ່ວຍ​​ມະ​ນຸດ​ສະ​ທຳ​​ໄປ​ຍັ​ງ​ເຂດ Gaza ຫຼາຍ​ຖ້ຽວ​ຕື່ມ​ອີກ

(VOVWORLD) - ວັນທີ 19 ຕຸລາ, ອາເມລິກາ, ເອຢິບ ແລະ ອິດສະລາແອັນ ບັນລຸໄດ້ຂໍ້ຕົກລົງເປີດປະຕູດ່ານຊາຍແດນນີ້ ເພື່ອອະນຸຍາດໃຫ້ລົດຂົນສົ່ງ ເຄື່ອງໜູນຊ່ວຍມະນຸດສະທຳ ເຂົ້າໄປຍັງເຂດ Gaza ແຕ່ໃນເບື້ອງຕົ້ນອະນຸຍາດໃຫ້ ລົດຂົນສົ່ງໄປຜ່ານດ່ານຊາຍແດນພຽງແຕ່ 20 ຄັນເທົ່ານັ້ນ.
ການ​ປະ​ທະ​ກັນ Hamas - ອິດ​ສະ​ລາ​ແອັນ: WHO ຮຽກ​ຮ້ອງ ຈັດ​ການ ​ຂົນ​ສົ່ງ​​ເຄື່ອງ​ໜູນ​ຊ່ວຍ​​ມະ​ນຸດ​ສະ​ທຳ​​ໄປ​ຍັ​ງ​ເຂດ Gaza ຫຼາຍ​ຖ້ຽວ​ຕື່ມ​ອີກ - ảnh 1ລົດຂົນສົ່ງເຄື່ອງຂອງໜູນຊ່ວຍດ້ານມະນຸດສະທຳ (ພາບ: TTXVN)

ວັນທີ 19 ຕຸລາ, ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງ ການຈັດຕັ້ງສົ່ງເຄື່ອງໜູນຊ່ວຍມະນຸດສະທຳ ໄປຍັງເຂດ Gaza ໃນແຕ່ລະວັນ. ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ ອົງການ WHO ໃຫ້ຮູ້ວ່າ ບັນດາລົດຂົນສົ່ງເຄື່ອງຂອງທີ່ຈຳເປັນຂອງ WHO ໄດ້ໄປຮອດເຂດຊາຍແດນ ແລະ ພ້ອມແລ້ວທີ່ຈະເດີນທາງໄປຍັງເຂດ Gaza. ຖະແຫຼງການດັ່ງກ່າວຂອງ WHO ໄດ້ຍົກອອກມາ ໃນຈຸດເວລາທີ່ມີເຄື່ອງຂອງໜູນຊ່ວຍນັບຫຼາຍໂຕນ ຈາກ ເອຢິບ, ຈໍແດນ, ສະຫະລັດ ອາຣັບ ເອມິເຣດ (UAE), ຕວັກກີ ໄດ້ໄປຮອດ ດ່ານຊາຍແດນ Rafah ລະຫວ່າງ ເອຢິບ ແລະ ເຂດ Gaza, ລໍຖ້າ ເຂົ້າໄປໃນ ເຂດດິນແດນຂອງ ປາແລັດສະຕິນ ຈາກທາງ ເອຢິບ. ວັນທີ 19 ຕຸລາ, ອາເມລິກາ, ເອຢິບ ແລະ ອິດສະລາແອັນ ບັນລຸໄດ້ຂໍ້ຕົກລົງເປີດປະຕູດ່ານຊາຍແດນນີ້ ເພື່ອອະນຸຍາດໃຫ້ລົດຂົນສົ່ງ ເຄື່ອງໜູນຊ່ວຍມະນຸດສະທຳ ເຂົ້າໄປຍັງເຂດ Gaza ແຕ່ໃນເບື້ອງຕົ້ນອະນຸຍາດໃຫ້ ລົດຂົນສົ່ງໄປຜ່ານດ່ານຊາຍແດນພຽງແຕ່ 20 ຄັນເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ