ການ​ປະ​ທະ​ກັນ ປາ​ແລັດ​ສະ​ຕິນ - ອິດ​ສະ​ຣາ​ແອັນ: ສັນ​ຕະ​ປະ​ປາ ຊົມ​ເຊີຍ​ຂໍ້​ຕົກ​ລົງ​ຢຸດ​ຍິງ

(VOVWORLD) -ສັນຕະປະປາ Francis ໄດ້ສະແດງຄວາມຊົມເຊີຍຕໍ່ການຕົກລົງຢຸດຕິການປະທະກັນໂດຍນຳໃຊ້ອາວຸດຂອງ ອິດສະຣາແອັນ ແລະ ຂະບວນການອິດສະລາມ Hamas ຂອງ ປາແລັດສະຕິນ, ພ້ອມທັງຮຽກຮ້ອງໃຫ້ປະຊາຄົມຊາວກາໂຕລິກໃນທົ່ວໂກລ ຈົ່ງພາວະນາຂໍໃຫ້ ອິດສະຣາແອັນ ແລະ ປາແລັດສະຕິນ ຊອກຫາເສັ້ນທາງເຈລະຈາ ແລະ ອະໄພແກ່ກັນ, ຢຶດໝັ້ນເສັ້ນທາງສ້າງສັນຕິພາບ ແລະ ຍຸຕິທຳ.
ການ​ປະ​ທະ​ກັນ ປາ​ແລັດ​ສະ​ຕິນ - ອິດ​ສະ​ຣາ​ແອັນ: ສັນ​ຕະ​ປະ​ປາ ຊົມ​ເຊີຍ​ຂໍ້​ຕົກ​ລົງ​ຢຸດ​ຍິງ - ảnh 1ສັນຕະປະປາ Francis (ພາບ: TTXVN)

ວັນທີ 21 ພຶດສະພາ, ກ່າວຄຳເຫັນຕໍ່ໜ້າບັນດາເອກອັກຄະລັດຖະທູດປະຈຳ ສຳນັກວາຕີກັງ, ສັນຕະປະປາ Francis ໄດ້ສະແດງຄວາມຊົມເຊີຍຕໍ່ການຕົກລົງຢຸດຕິການປະທະກັນໂດຍນຳໃຊ້ອາວຸດຂອງ ອິດສະຣາແອັນ ແລະ ຂະບວນການອິດສະລາມ Hamas ຂອງ ປາແລັດສະຕິນ, ພ້ອມທັງຮຽກຮ້ອງໃຫ້ປະຊາຄົມຊາວກາໂຕລິກໃນທົ່ວໂກລ ຈົ່ງພາວະນາຂໍໃຫ້ ອິດສະຣາແອັນ ແລະ ປາແລັດສະຕິນ ຊອກຫາເສັ້ນທາງເຈລະຈາ ແລະ ອະໄພແກ່ກັນ, ຢຶດໝັ້ນເສັ້ນທາງສ້າງສັນຕິພາບ ແລະ ຍຸຕິທຳ.

        ໃນວັນດຽວກັນ, ກູເວດ ກໍຕີລາຄາຢ່າງຕັ້ງໜ້າຕໍ່ຂໍ້ຕົກລົງສະບັບດັ່ງກ່າວ ລະຫວ່າງ ອິດສະຣາແອັນ ແລະ ຂະບວນການ Hamas. ກະຊວງການຕ່າງປະເທດ ກູເວດ ຊີ້ແຈ້ງວ່າ ປະເທດນີ້ ຊົມເຊີຍບັນດາຄວາມມານະພະຍາຍາມຂອງປະຊາຄົມສາກົນ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງຢຸດຍິງ, ພິເສດແມ່ນບົດບາດຂອງ ອີຢິບ.

        ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຖືວ່າ ບັນດາການບຸກໂຈມຕີທາງອາກາດແນ່ໃສ່ກຸ່ມປະກອບອາວຸດຂອງ ປາແລັດສະຕິນ ຢູ່ເຂດ Gaza ແມ່ນບັນລຸໄດ້ເປົ້າໝາຍທີ່ວາງອອກແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ