ການ​ປະ​ທະ​ກັນ ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: IDF ຢັ້ງ​ຢືນ​ມີ​ທະ​ຫານ 16 ຄົນ ເສຍ​ຊີ​ວິດ​ຢູ່ເຂດ ກາ​ຊາ; ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ປົກ​ປ້ອງ​ເດັກ

(VOVWORLD) - ຄະນະກຳມະການປົກປ້ອງສິດທິເດັກຂອງ ສປຊ ໄດ້ຮຽກຮ້ອງໃຫ້ມີການປົກປ້ອງເດັກ, ກໍຄື ສະແດງຄວາມໂກດແຄ້ນຕໍ່ຄວາມເຈັບປວດເຊິ່ງເດັກນ້ອຍພວມປະເຊີນໜ້າ” ໃນການປະທະກັນຢູ່ ຕາເວັນອອກກາງ. ສປຊ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ ເມື່ອເດັກນ້ອຍ ສືບຕໍ່ຖືກຈັບເປັນຕົວປະກັນ ແລະ ຮຽກຮ້ອງໃຫ້ຢຸດຕິທຸກການກະທຳທີ່ກໍ່ຜົນກະທົບຢ່າງໂຫດຮ້າຍສຳລັບຊີວິດຂອງເດັກຢູ່ຕາເວັນອອກກາງ.

  ຕອນຄ່ຳວັນທີ 1 ພະຈິກ, ມື້ທີ 26 ຂອງບັ້ນບຸກໂຈມຕີເຂົ້າເຂດ ກາຊາ, ກອງທັບ ອິດສະຣາແອັນ ໄດ້ດຳເນີນການບຸກໂຕມຕີທາງອາກາດ ແລະ ປືນໃຫຍ່ອີກຫຼາຍຄັ້ງ ແນໃສ່ເປົ້າໝາຍຕ່າງໆຢູ່ທົ່ວເຂດ ກາຊາ. ໃນນັ້ນ, ການທັບມ້າງທຳລາຍຄ້າຍລີ້ໄພ Jabalia ໃນຕອນບ່າຍ ວັນທີ 1 ພະຈິກ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບເກືອບ 100 ຄົນ. ນີ້ແມ່ນຮອບທີ 2 ພາຍໃນເວລາບໍ່ຮອດ 24 ຊົ່ວໂມງທີ່, ຄ້າຍລີ້ໄພໃຫຍ່ສຸດຢູ່ເຂດ ກາຊາ ຖືກບຸກໂຈມຕີ ເຮັດໃຫ້ສາມັນຊົນຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ.

        ໃນວັນດຽວກັນ, ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ກໍຢັ້ງຢືນວ່າ ມີທະຫານ 16 ຄົນເສຍຊີວິດໃນການຕໍ່ສູ້ຢູ່ເຂດກາຊາ ໃນ 2 ມື້ຜ່ານມາ.

        ວັນທີ 1 ພະຈິກ, ອຳນາດການປົກຄອງ ປາແລັດສະຕິນ ໄດ້ຮຽກຮ້ອງໃຫ້ດຳເນີນການແຫ່ຂະບວນປະທ້ວງຢູ່ທົ່ວຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ Jerusalem ຕາເວັນອອກ ເພື່ອແນໃສ່ຄັດຄ້ານການກະທຳທີ່ເຮັດໃຫ້ຄວາມເຄັ່ງຕຶງຂອງ ອິດສະຣາແອັນຢູ່ທັງເຂດ ກາຊາ ແລະ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ເພີ່ມຂຶ້ນ. ຕາມອົງການສາທາລະນະສຸກຂອງ ຮາມາດສ ຢູ່ເຂດ ກາຊາ ແລ້ວ, ໄລ່ຮອດປັດຈຸບັນນີ້ ມີຊາວ ປາແລັດສະຕິນ ກວ່າ 8.600 ຄົນ ເສຍຊີວິດ ແລະ 23.000 ຄົນ ຖືກບາດເຈັບ, ໃນນັ້ນ, ມີເດັກນ້ອຍກວ່າ 3.500 ຄົນ.

        ຕໍ່ໜ້າສະພາບການນີ້, ຄະນະກຳມະການປົກປ້ອງສິດທິເດັກຂອງ ສປຊ ໄດ້ຮຽກຮ້ອງໃຫ້ມີການປົກປ້ອງເດັກ, ກໍຄື ສະແດງຄວາມໂກດແຄ້ນຕໍ່ຄວາມເຈັບປວດເຊິ່ງເດັກນ້ອຍພວມປະເຊີນໜ້າ” ໃນການປະທະກັນຢູ່ ຕາເວັນອອກກາງ. ສປຊ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ ເມື່ອເດັກນ້ອຍ ສືບຕໍ່ຖືກຈັບເປັນຕົວປະກັນ ແລະ ຮຽກຮ້ອງໃຫ້ຢຸດຕິທຸກການກະທຳທີ່ກໍ່ຜົນກະທົບຢ່າງໂຫດຮ້າຍສຳລັບຊີວິດຂອງເດັກຢູ່ຕາເວັນອອກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ