ການ​ປະ​ທະ​ກັນ ອິດ​ສະ​ຣາ​ແອັນ - ຮາ​ມາດ​ສ: ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່ Cairo ສືບ​ຕໍ່​ແກ່​ຍາວ

(VOVWORLD) - ບັນດານັກເຈລະຈາສາກົນຂອງ 3 ປະເທດ ອາເມລິກາ, ກາຕາ, ອີຢິບ ແລະ ຜູ້ຕາງໜ້າກຳລັງ ຮາມາດສ, ສືບຕໍ່ບັນດາການເຈລະຈາທີ່ໄດ້ເລີ່ມແຕ່ 4 ມື້ກ່ອນ ດ້ວຍຄວາມຫວັງ ອາດຈະບັນລຸໄດ້ຄຳສັ່ງຢຸດຍິງທີ່ແກ່ຍາວເປັນຫຼາຍມື້ຢູ່ເຂດ ກາຊາ ກ່ອນຈະເລີ່ມເດືອນ Ramadan  ຂອງຊາວມຸດສະລິມ ໃນວັນທີ 10 ມີນາ ນີ້.
ການ​ປະ​ທະ​ກັນ ອິດ​ສະ​ຣາ​ແອັນ - ຮາ​ມາດ​ສ: ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່ Cairo ສືບ​ຕໍ່​ແກ່​ຍາວ - ảnh 1 ເຮືອນຫຼັງໜຶ່ງຢູ່ເຂດ ກາຊາ ຖືກພັງທະລາຍ  ໃນວັນທີ 4/3/2024 (ພາບ: THX/TTXVN)

ວັນທີ 06 ມີນາ, ສື່ມວນຊົນ ອີຢິບ ໃຫ້ຮູ້ວ່າ ບັນດາການເຈລະຈາຢູ່ Cairo ເພື່ອແນໃສ່ຊອກຫາຄຳສັ່ງຢຸດຍິງຢູ່ເຂດ ກາຊາ, ສືບຕໍ່ແກ່ຍາວຕື່ມອີກ 1 ມື້, ໝາຍຄວາມວ່າ ໝົດວັນທີ 06 ມີນາ (ຕາມເວລາທ້ອງຖິ່ນ). ຕາມນັ້ນແລ້ວ, ບັນດານັກເຈລະຈາສາກົນຂອງ 3 ປະເທດ ອາເມລິກາ, ກາຕາ, ອີຢິບ ແລະ ຜູ້ຕາງໜ້າກຳລັງ ຮາມາດສ, ສືບຕໍ່ບັນດາການເຈລະຈາທີ່ໄດ້ເລີ່ມແຕ່ 4 ມື້ກ່ອນ ດ້ວຍຄວາມຫວັງ ອາດຈະບັນລຸໄດ້ຄຳສັ່ງຢຸດຍິງທີ່ແກ່ຍາວເປັນຫຼາຍມື້ຢູ່ເຂດ ກາຊາ ກ່ອນຈະເລີ່ມເດືອນ Ramadan  ຂອງຊາວມຸດສະລິມ ໃນວັນທີ 10 ມີນາ ນີ້.

        ກ່ອນໜ້ານັ້ນ, ຮອບເຈລະຈາ Cairo ຄາດວ່າດຳເນີນໃນລະຫວ່າງວັນທີ 3 – 4 ມີນາ, ແຕ່ກໍໄດ້ແກ່ຍາວຕື່ມອີກ 1 ວັນ (ວັນທີ 5 ມີນາ), ພາຍຫຼັງທີ່ບັນດາການເຈລະຈາຕົກເຂົ້າສູ່ສະພາບຈົນຕາແຈ. ຜູ້ຕາງໜ້າລັດຖະບານ ອິດສະຣາແອັນ ໄດ້ຕັດສິນໃຈບໍ່ເຂົ້າຮ່ວມຮອບເຈລະຈານີ້ໃນວິນາທີສຸດທ້າຍຂອງວັນທີ 3 ມີນາ ໂດຍອ້າງເຫດຜົນວ່າ ຍ້ອນ ຮາມາດສ ບໍ່ຍອມສະໜອງບັນຊີລາຍຊື່ຕົວປະກັນທີ່ຍັງມີຊີວິດ.

        ໃນຂະນະນັ້ນ, ວັນທີ 5 ມີນາ, ຂະບວນການ ຮາມາດສ ຢັ້ງຢືນວ່າ ຈະສືບຕໍ່ເດີນຕາມການເຈລະຈາຕ່າງໆຜ່ານບັນດາປະເທດເປັນກາງໄກ່ເກ່ຍສາກົນ, ເພື່ອແນໃສ່ບັນລຸໄດ້ຄຳສັ່ງຢຸດຍິງ.

ບາທີ, ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ