ການ​ປະ​ທະ​ກັນ ອິດ​ສະ​ຣາ​ແອັນ - ຮາ​ມາດ​ສ: ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຢັ້ງ​ຢືນ​ທັດ​ສະ​ນະ​ກ່ຽວ​ກັບ​ການ​ສ້າງ​ລັດ ປາ​ແລັດ​ສະ​ຕິນ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຖະແຫຼງວ່າ ອາເມລິກາ ສະໜັບສະໜູນບັນດາບາດກ້າວເດີນຕົວຈິງ ມຸ່ງໄປເຖິງການສ້າງຕັ້ງລັດ ປາແລັດສະຕິນ ແລະ ການສ້າງຕັ້ງລັດ ປາແລັດສະຕິນ ຄຽງຂ້າງກັບ ອິດສະຣາແອັນ ແລະ ດຳລົງຊີວິດຢູ່ຮ່ວມກັນໃນສັນຕິພາບ ແລະ ຄວາມໝັ້ນຄົງ.
ການ​ປະ​ທະ​ກັນ ອິດ​ສະ​ຣາ​ແອັນ - ຮາ​ມາດ​ສ: ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຢັ້ງ​ຢືນ​ທັດ​ສະ​ນະ​ກ່ຽວ​ກັບ​ການ​ສ້າງ​ລັດ ປາ​ແລັດ​ສະ​ຕິນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken (ພາບ: AFP/TTXVN)

ໃນການເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ໃນວັນທີ 10 ມັງກອນ, ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນຢູ່ເຂດ ກາຊາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຖະແຫຼງວ່າ ອາເມລິກາ ສະໜັບສະໜູນບັນດາບາດກ້າວເດີນຕົວຈິງ ມຸ່ງໄປເຖິງການສ້າງຕັ້ງລັດ ປາແລັດສະຕິນ ແລະ ການສ້າງຕັ້ງລັດ ປາແລັດສະຕິນ ຄຽງຂ້າງກັບ ອິດສະຣາແອັນ ແລະ ດຳລົງຊີວິດຢູ່ຮ່ວມກັນໃນສັນຕິພາບ ແລະ ຄວາມໝັ້ນຄົງ. ສ່ວນທ່ານປະທານາທິບໍດີ Abbas ຮຽກຮ້ອງຈັດກອງປະຊຸມສັນຕິພາບສາກົນ ເພື່ອຢຸດຕິການຢຶດຄອງຂອງ ອິດສະຣາແອັນ ສຳລັບເຂດດິນແດນຂອງ ລັດ ປາແລັດສະຕິນ ໃນອະນາຄົດ ເຊິ່ງໃນນັ້ນ Jerusalem ຕອນໃຕ້ ເປັນນະຄອນຫຼວງ ເພື່ອແນໃສ່ນຳມາເຊິ່ງສັນຕິພາບ ແລະ ຄວາມໝັ້ນຄົງໃຫ້ທຸກໆຝ່າຍ.

        ກໍໃນວັນທີ 10 ມັງກອນ, ຢູ່ກອງປະຊຸມສຸດຍອດ 3 ຝ່າຍທີ່ດຳເນີນຢູ່ນະຄອນ Aqaba, ປະເທດ ຈໍແດນ, ກະສັດ ຈໍແດນ Abdullah II ແລະ ທ່ານປະທານາທິບໍດີ ອີຢິບ Abdel Fatah El-Sisi ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີກຳລັງດັນ ເພື່ອຢຸດຕິບັ້ນການທະຫານຂອງ ອິດສະຣາແອັນ ຢູ່ເຂດ ກາຊາ, ກໍຄື ປົກປ້ອງສາມັນຊົນຢູ່ເຂດດິນແດນແຄມທະເລ ເມດີເຕຣາເນຍ.

ນັກຂ່າວ VOV ປະຈຳ ອີຢິບ  ແລະ ອາເມລິກາ


ຕອບກັບ

ຂ່າວ/ບົດ​ອື່ນ