ການ​ປະ​ທະ​ກັນ ອິດ​ສະ​ຣາ​ແອັນ - ຮາ​ມາດ​ສ: ວິ​ນາດ​ຕະ​ກຳ​ມະ​ນຸດ​ສະ​ທຳ​ນັບ​ມື້​ນັບ​ຮ້າຍ​ແຮງ; ກົດ​ໝາຍ​ສາ​ກົນ​ສືບ​ຕໍ່​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ

(VOVWORLD) - ພາຍຫຼັງທີ່ແກ່ຍາວເປັນເວລາ ເຄິ່ງປີ, ສົງຄາມໄດ້ເຮັດໃຫ້ມີຜູ້ເສຍຊີວິດ,  ຮັບບາດເຈັບ ແລະ ຫາຍສາບສູນ 120.000 ຄົນ, ສ່ວນຫຼາຍແມ່ນສາມັນຊົນ. ບໍ່ພຽງແຕ່ເທົ່ານັ້ນ, ການປະທະກັນຍັງກໍ່ວິນາດຕະກຳມະນຸດສະທຳອັນຮ້າຍແຮງຢູ່ເຂດ ກາຊາ ອີກດ້ວຍ.
ການ​ປະ​ທະ​ກັນ ອິດ​ສະ​ຣາ​ແອັນ - ຮາ​ມາດ​ສ: ວິ​ນາດ​ຕະ​ກຳ​ມະ​ນຸດ​ສະ​ທຳ​ນັບ​ມື້​ນັບ​ຮ້າຍ​ແຮງ; ກົດ​ໝາຍ​ສາ​ກົນ​ສືບ​ຕໍ່​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ - ảnh 1ຄ້າຍລີ້ໄພຢູ່ເຂດ ກາຊາ ໃນວັນທີ 27 ກຸມພາ 2024 (ພາບ: THX/TTXVN)

ວັນທີ 7 ເມສາ, ແມ່ນພໍດີ 6 ເດືອນທີ່ເກີດການປະທະກັນລະຫວ່າງກອງທັບ ອິດສະຣາແອັນ ແລະ ກຳລັງ ຮາມາດສ ຢູ່ເຂດ ກາຊາ. ພາຍຫຼັງທີ່ແກ່ຍາວເປັນເວລາ ເຄິ່ງປີ, ສົງຄາມໄດ້ເຮັດໃຫ້ມີຜູ້ເສຍຊີວິດ,  ຮັບບາດເຈັບ ແລະ ຫາຍສາບສູນ 120.000 ຄົນ, ສ່ວນຫຼາຍແມ່ນສາມັນຊົນ. ບໍ່ພຽງແຕ່ເທົ່ານັ້ນ, ການປະທະກັນຍັງກໍ່ວິນາດຕະກຳມະນຸດສະທຳອັນຮ້າຍແຮງຢູ່ເຂດ ກາຊາ ອີກດ້ວຍ.

ສິ່ງທີ່ໜ້າວິຕົກກັງວົນກວ່າ ນັ້ນແມ່ນ, ສົງຄາມຍັງບໍ່ທັນມີສັນຍານຫຼຸດລົງ ຫຼື ຈະສິ້ນສຸດລົງໃນໄວໆນີ້ເທື່ອ, ໂດຍບໍ່ຫົວຊາຕໍ່ບັນດາຄວາມມານະພະຍາຍາມຂອງທັງພາກພື້ນ ແລະ ສາກົນ. ໃນເຄິ່ງປີຜ່ານມາ, ໂດຍສະເພາະແມ່ນໄລຍະ 2 ເດືອນມໍ່ໆມານີ້, ບັນດາປະເທດເປັນກາງໄກເກ່ຍສາກົນ ໄດ້ກະຕຸກຊຸກຍູ້ດຳເນີນການເຈລະຈາເປັນ 4 ຮອບຢ່າງລຽນຕິດ ເພື່ອແນໃສ່ສ້າງຕັ້ງຄຳສັ່ງຢຸດຍິງໃໝ່, ເປີດທາງດໍາເນີນການການເຄື່ອນໄຫວມະນຸດສະທຳ ກໍຄື ສ້າງປະຖົມປັດໄຈສິ້ນສຸດການປະທະກັນຢ່າງສິ້ນເຊີງ.

ໃນຂະນະນັ້ນ, ໂດຍບໍ່ຫົວຊາຕໍ່ຄວາມມານະພະຍາຍາມ ແລະ ກຳລັງດັນຈາກສາກົນ, ສົງຄາມຍັງສືບຕໍ່ເກີດຂຶ້ນ ດ້ວຍລູກລະເບີດນັບຮ້ອຍໂຕນຖີ້ມລົງເຂດ ກາຊາ ໃນແຕ່ລະມື້.

                              

ຕອບກັບ

ຂ່າວ/ບົດ​ອື່ນ