ການປະທະກັນ ຮາມາດ - ອິດສະຣາແອນ: ຢ່າງໜ້ອຍສຸດມີ 15 ຄົນເສຍຊີວິດໃນການບຸກໂຈມຕີທາງອາກາດຂອງອິດສະຣາແອນ ເຂົ້ານະຄອນ Rafah

(VOVWORLD) - ໃນຂະນະນັ້ນ, ວັນທີ 28 ເມສາ, ສື່ມວນຊົນ ອິດສະຣາແອນ ໄດ້ໃຫ້ຂ່າວວ່າ ຫົວໜ້າໜ່ວຍງານໄອຍະການຂອງສານຍຸຕິທຳສາກົນ (ICJ) ຢູ່ ລາໄຮ, ປະເທດ ໂຮນລັງ, ອາດຈະໄດ້ຈະຮັບຮອງເອົາຂໍ້ຕົກລົງຈັບຕົວນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຫົວໜ້າເສນາທິການກອງທັບ ອິດສະຣາແອນ ດ້ວຍຂໍ້ກ່າວຫາກ່ຽວຂ້ອງເຖິງການສູ້ຮົບຢູ່ເຂດ ກາຊາ.
ການປະທະກັນ ຮາມາດ - ອິດສະຣາແອນ: ຢ່າງໜ້ອຍສຸດມີ 15 ຄົນເສຍຊີວິດໃນການບຸກໂຈມຕີທາງອາກາດຂອງອິດສະຣາແອນ ເຂົ້ານະຄອນ Rafah - ảnh 1ເຮືອນຊານຖືກພັງທະລາຍ
(ພາບ:ສຳນັກຂ່າວສານຊິນຮວາ/TTXVN)

ວັນທີ 29 ເມສາ, ສຳນັກຂ່າວສານ WAFA ຂອງ ປາແລດສະຕີນ ໃຫ້ຮູ້ວ່າ: ຢ່າງໜ້ອຍສຸດມີຊາວ ປາແລດສະຕິນ 15 ຄົນເສຍຊີວິດໃນການບຸກໂຈມຕີຂອງ ອິດສະຣາແອນ ແນໃສ່ຕຶກອາຄານອາພັດເມັນ 3 ແຫ່ງຢູ່ນະຄອນ Rafah, ທາງທິດໃຕ້ຂອງເຂດ ກາຊາ ໃນຕອນຄ່ຳວັນທີ 28 ເມສາ. ປະຈຸບັນ, ຍັງມີຫຼາຍຄົນຖືກຕິດຄ້້າງໃນຊາກຫັກພັງ ແລະ ກຳລັງກູ້ໄພກູ້ຊີບພວມມານະພະຍາຍາມຊອກຫາ ແລະ ກູ້ເອົາຊີວິດບັນດາບຸກຄົນນີ້. ນອກຈາກນັ້ນ, ຕາມຕົວເລກຂອງຝ່າຍ ປາແລດສະຕິນ ແລ້ວ, ກອງທັບ ອິດສະຣາແອນ ໄດ້ເຂັ່ນຂ້າຊາວ ປາແລດສະຕິນ 66 ຄົນ ແລະ ເຮັດໃຫ້ຫຼາຍຄົນຖືກບາດເຈັບໃນ 24 ຊົ່ວໂມງຜ່ານມາ.

        ໃນຂະນະນັ້ນ, ວັນທີ 28 ເມສາ, ສື່ມວນຊົນ ອິດສະຣາແອນ ໄດ້ໃຫ້ຂ່າວວ່າ ຫົວໜ້າໜ່ວຍງານໄອຍະການຂອງສານຍຸຕິທຳສາກົນ (ICJ) ຢູ່ ລາໄຮ, ປະເທດ ໂຮນລັງ, ອາດຈະໄດ້ຈະຮັບຮອງເອົາຂໍ້ຕົກລົງຈັບຕົວນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຫົວໜ້າເສນາທິການກອງທັບ ອິດສະຣາແອນ ດ້ວຍຂໍ້ກ່າວຫາກ່ຽວຂ້ອງເຖິງການສູ້ຮົບຢູ່ເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ