ການປະທະກັນ ຮາມາດ - ອິດສະຣາແອັນ: ເຄື່ອງຊ່ວຍເຫຼືອມະນຸດສະທຳ 800 ຖ້ຽວໄດ້ສົ່ງເຂົ້າເຂດ ກາຊາ ໃນ 4 ວັນຢຸດຍິງ

(VOVWORLD) - ຈຳນວນສິນຄ້າດັ່ງກ່າວແມ່ນເຄື່ອງຊ່ວຍເຫຼືອມະນຸດສະທຳ ໂດຍອຳນາດການປົກຄອງ ອີຢິບ ຂົນຂວາຍ, ພ້ອມກັບການປະກອບສ່ວນຂອງນັບສີບປະເທດຢູ່ພາກພື້ນ ແລະ ສາກົນ
ການປະທະກັນ ຮາມາດ - ອິດສະຣາແອັນ: ເຄື່ອງຊ່ວຍເຫຼືອມະນຸດສະທຳ 800 ຖ້ຽວໄດ້ສົ່ງເຂົ້າເຂດ ກາຊາ ໃນ 4 ວັນຢຸດຍິງ - ảnh 1(ອີຢິບ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ໄດ້ສົ່ງເຄື່ອງກູ້ຊ່ວຍມະນຸດສະທຳ 800 ຖ້ຽວເຂົ້າເຂດ ກາຊາ)

        ວັນທີ 28 ພະຈິກ, ກົມຂໍ້ມູນຂ່າວແຫ່ງລັດ ອີຢິບ (SIS) ໃຫ້ຮູ້ວ່າ, ໃນເວລາ 4 ວັນປະຕິບັດຄຳສັ່ງຢຸດຍິງມະນຸດສະທຳຢູ່ເຂດ ກາຊາ, ແຕ່ວັນທີ 24 – 28 ພະຈິກ, ອຳນາດການປົກຄອງ ອີຢິບ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ໄດ້ສົ່ງເຄື່ອງກູ້ຊ່ວຍມະນຸດສະທຳ 800 ຖ້ຽວເຂົ້າເຂດ ກາຊາ, ລວມມີ: ທັນຍາຫານ, ນ້ຳດື່ມ, ຢຸກຢາ, ເຄື່ອງອຸປະກອນການແພດ ພ້ອມກັບເຄື່ອງຂອງທີ່ຈຳເປັນອື່ນໆ. ຈຳນວນສິນຄ້າດັ່ງກ່າວແມ່ນເຄື່ອງຊ່ວຍເຫຼືອມະນຸດສະທຳ ໂດຍອຳນາດການປົກຄອງ ອີຢິບ ຂົນຂວາຍ, ພ້ອມກັບການປະກອບສ່ວນຂອງນັບສີບປະເທດຢູ່ພາກພື້ນ ແລະ ສາກົນ, ເພື່ອໜູນຊ່ວຍປະຊາຊົນເຂດ ກາຊາ ຖືກຜົນສະທ້ອນຈາກການປະທະກັນ.

        ກ່ຽວກັບບັນຫາຕົວປະກັນ, ໃນແຈ້ງການຕອນຄ່ຳວັນທີ 28 ພະຈິກ, ກຳລັງປ້ອງກັນ ອິດສະຣາແອັນ (IDF) ໄດ້ຢັ້ງຢືນກ່ຽວກັບຕົວປະກັນຫຼ້າສຸດ, ລວມມີ: ຮາມາດ ໄດ້ມອບແມ່ຍິງ ອິດສະຣາແອັນ 10 ຄົນ, ພ້ອມກັບພົນລະເມືອງຊາວ ໄທ 2 ຄົນໃຫ້ແກ່ອົງການສະພາກາແດງຢູ່ເຂດ ກາຊາ ແລະ ພວມເດີນທາງກັບມາ ອິດສະຣາແອັນ. ໃນເວລາດຽວກັນ, ມີແຫຼ່ງຂ່າວຢູ່ພາກພື້ນຈຳນວນໜຶ່ງກໍ່ຢືນຢັນວ່າ, ເຈົ້າໜ້າທີ່ ອິດສະຣາແອັນ ໄດ້ປ່ອຍຕົວເປັນອິດສະລະໃຫ້ແກ່ນັກໂທດ ປາແລັດສະຕິນ 30 ຄົນຢູ່ເຂດຕາເວັນຕົກແມ່ນ້ຳຈໍແດນ, ສຳເລັດການແລກປ່ຽນນັກໂທດຄັ້ງທີ 5 ລະຫວ່າງ ອິດສະຣາແອັນ ແລະ ຮາມາດ ນັບແຕ່ເມື່ອຄຳສັ່ງຢຸດຍິງມະນຸດສະທຳເລີ່ມມີຜົນສັດສິດໃນຕອນເຊົ້າວັນທີ 24 ພະຈິກ ຢູ່ເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ