ການປະທະກັນ ຮາມາດ - ອິດສະຣາແອນ: ເຈົ້າໜ້າທີ່ ອາເມລິກາ - ອິດສະຣາແອນ ປຶກສາຫາລືກ່ຽວກັບໄລຍະໃໝ່ຂອງບັ້ນຮົບ

(VOVWORLD) - ທ່ານ Abdel Hafiz Nofal, ເອກອັກຄະລັດຖະທູດ ປາແລດສະຕິນ ໃຫ້ຮູ້ວ່າ: ເຂດ ກາຊາ ແມ່ນສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກ ປາແລດສະຕິນ ແລະ ບໍ່ສາມາດຕັດແຍກ ຫຼື ບໍ່ຖືກກະທົບຄອບງຳຈາກບັນດາແຜນການຄວບຄຸມ ຫຼື ແບ່ງແຍກຂອງ ອິດສະຣາແອນ.
ການປະທະກັນ ຮາມາດ - ອິດສະຣາແອນ: ເຈົ້າໜ້າທີ່ ອາເມລິກາ - ອິດສະຣາແອນ ປຶກສາຫາລືກ່ຽວກັບໄລຍະໃໝ່ຂອງບັ້ນຮົບ - ảnh 1(ພາບປະກອບ ສຳນັກຂ່າວສານຊິນຮວາ/TTXVN)

ວັນທີ 26 ທັນວາ, ທ່ານ Jake Sullivan, ທີ່ປຶກສາດ້ານປ້ອງກັນສະຫງົບແຫ່ງຊາດ ອາເມລິກາ ໄດ້ພົບປະກັບທ່ານ Ron Dermer, ລັດຖະມົນຕີບັນດາບັນຫາຍຸດທະສາດ ອິດສະຣາແອນ ເພື່ອປຶກສາຫາລືກ່ຽວກັບການຫັນໄປສູ່ “ໄລຍະໃໝ່” ຂອງບັ້ນຮົບລະຫວ່າງ ອິດສະຣາແອນ ແລະ ຂະບວນການອິດສະລາມ ຮາມາດ. ຕາມເຈົ້າໜ້າທີ່ທ່ານໜຶ່ງທີ່ບໍ່ເຜີຍຊື່ແລ້ວ, ກອງປະຊຸມນີ້ແມ່ນໂອກາດເພື່ອໃຫ້ສອງຝ່າຍປຶກສາຫາລືກ່ຽວກັບບັນດາບາດກ້າວເພື່ອປັບປຸງສະພາບການມະນຸດສະທຳຢູ່ເຂດ ກາຊາ ແລະ ຫລຸດຜ່ອນການເສຍຊີວິດ ແລະ ຮັບບາດເຈັບໃຫ້ແກ່ສາມັນຊົນ. ກອງປະຊຸມກໍ່ໄດ້ປຶກສາຫາລືກ່ຽວກັບການຫັນໄປສູ່ໄລຍະອື່ນ ຂອງສົງຄາມ ເພື່ອສຸມໃສ່ສູງສຸດໃຫ້ “ບັນດາເປົ້າໝາຍມີຄຸນຄ່າສູງກ່ວາ” ຂອງ ຮາມາດ - ປາແລດສະຕິນ ເພື່ອກຳສິດຄວບຄຸມເຂດ ກາຊາ.

        ແລະກໍ່ໃນວັນທີ 26 ທັນວາ, ທ່ານ Abdel Hafiz Nofal, ເອກອັກຄະລັດຖະທູດ ປາແລດສະຕິນ ໃຫ້ຮູ້ວ່າ: ເຂດ ກາຊາ ແມ່ນສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກ ປາແລດສະຕິນ ແລະ ບໍ່ສາມາດຕັດແຍກ ຫຼື ບໍ່ຖືກກະທົບຄອບງຳຈາກບັນດາແຜນການຄວບຄຸມ ຫຼື ແບ່ງແຍກຂອງ ອິດສະຣາແອນ. ເມື່ອເຕື້ອງເຖິງບັນດາຄວາມບໍ່ລົງລອຍກັນດ້ານການເມືອງກັບ ຮາມາດ - ກຳລັງຄວບຄຸມເຂດກາຊາ, ທ່ານ ເອກອັກຄະລັດຖະທູດ Nofal ໃຫ້ຮູ້ວ່າ: ອຳນາດການປົກຄອງ ປາແລດສະຕິນ ຍັງຖືຂະບວນການນີ້ແມ່ນ “ສ່ວນໜຶ່ງຂອງຊາວ ປາແລດສະຕິນ”.

ຕອບກັບ

ຂ່າວ/ບົດ​ອື່ນ