ການ​ປະ​ທະ​ກັນ ຮາ​ມາດ - ອິ​ດ​ສະ​ລາ​ແອັນ: ອິດ​ສ​ະ​ລາ​ແອັນ ແລະ ຮາ​ມາດ ດຳ​ເນີນ​ການ​ແລກ​ປ່ຽນ​ນັກ​ໂທດ ຄັ້ງ​ທີ 6, ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ຂໍ້​ຕົກລົງ​ຢຸດ​ຍິງ​

(VOVWORLD) - ການແລກປ່ຽນຕົວປະກັນ ແລະ ນັກໂທດຄັ້ງທີ 6 ລະຫວ່າງອິດສະລາແອັນ ແລະ ຮາມາດໄດ້ດຳເນີນໃນໄລຍະພຽງເວລາ 2 – 3 ຊົ່ວໂມງກ່ອນເວລາຄຳສັ່ງຢຸດຍິງໝົດຜົນສັກສິດໃນຕອນເຊົ້າວັນທີ 30 ພະຈິກ. 
ການ​ປະ​ທະ​ກັນ ຮາ​ມາດ - ອິ​ດ​ສະ​ລາ​ແອັນ: ອິດ​ສ​ະ​ລາ​ແອັນ ແລະ ຮາ​ມາດ ດຳ​ເນີນ​ການ​ແລກ​ປ່ຽນ​ນັກ​ໂທດ ຄັ້ງ​ທີ 6, ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ຂໍ້​ຕົກລົງ​ຢຸດ​ຍິງ​ - ảnh 1ພາບປະກອບ: AP

ຕອນຄ່ຳວັນທີ 29 ພະຈິກ, ອຳນາດການປົກຄອງ ອິດສະລາແອັນ ແລະ ກຳລັງ ຮາມາດ ໄດ້ດຳເນີນການແລກປ່ຽນຕົວປະກັນ ແລະ ນັກໂທດຄັ້ງທີ 6 ໃນ ໄລຍະ 6 ວັນຢຸດຍິງຄັ້ງທຳອິດຢູ່ເຂດ ກາຢາ ນັບແຕ່ເວລາເກີດການປະທະກັນ ໃນວັນທີ 7 ຕຸລາ. ຕາມນັ້ນແລ້ວ, ຮາມາດໄດ້ປ່ອຍ ຕົວປະກັນ 16 ຄົນ ໃຫ້ເປັນອິດສະຫຼະໃນນັ້ນມີ ຊາວອິດສະລາແອັນ 10 ຄົນ, ຊາວລັດເຊຍ 2 ຄົນ ແລະ ຊາວໄທ 4 ຄົນ. ຕາມສື່ມວນຊົນໃນພາກພື້ນແລ້ວ, ທັນທີ ທີ່ການກະທຳປ່ອຍອິດສະຫຼະໃຫ້ແກ່ຕົວປະກັນຂອງ ຮາມາດໄດ້ຮັບການຢັ້ງຢືນ, ເຈົ້າໜ້າທີ່ ອິດສະລາແອັນ ໄດ້ເລີ່ມຕົ້ນປະຕິບັດລະບຽບການປ່ອຍຕົວ ນັກໂທດ ປາແລັດສະຕິນ 30 ຄົນ.

ການແລກປ່ຽນຕົວປະກັນ ແລະ ນັກໂທດຄັ້ງທີ 6 ລະຫວ່າງອິດສະລາແອັນ ແລະ ຮາມາດໄດ້ດຳເນີນໃນໄລຍະພຽງເວລາ 2 – 3 ຊົ່ວໂມງກ່ອນເວລາຄຳສັ່ງຢຸດຍິງໝົດຜົນສັກສິດໃນຕອນເຊົ້າວັນທີ 30 ພະຈິກ. ຈົນຮອດຕອນຄ່ຳວັນທີ 29 ພະຈິກ, ບັນດາການເຈລະຈາເພື່ອແນໃສ່ຕໍ່ເວລາກຳນົດຄຳສັ່ງຢຸດຍິງ ຍັງໄດ້ຊຸກຍູ້ຢ່າງຕັ້ງໜ້າຈາກວົງການເຈົ້າໜ້າທີ່ກາຕາ ແລະ ເອຢິບ ແຕ່ຍັງບໍ່ທັນນຳມາເຊິ່ງໝາກຜົນໃດ.

ຕອບກັບ

ຂ່າວ/ບົດ​ອື່ນ