ການ​ປ​ະ​ທະ​ກັນ​ຢູ່ ຕາ​ເວັນ​ອອກ​ກາງ: ພາກ​ເໜືອ ອິດ​ສະ​ຣາ​ແອັນ ຖືກ​ກຳ​ລັງ Hezbollah ບຸກ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຢ່າງ​ດຸ​ເດືອດ

(VOVWORLD) - Hezbollah ໄດ້ຍິງລູກສອນໄຟຢ່າງໜ້ອຍສຸດ 34 ລູກ ຈາກພາກໃຕ້ ລີບັງ ໃສ່ 2 ເຂດ Rosh Hanikra ແລະ Kyriat Shmona ຢູ່ພາກເໜືອ ອິດສະຣາແອັນ. 
ການ​ປ​ະ​ທະ​ກັນ​ຢູ່ ຕາ​ເວັນ​ອອກ​ກາງ: ພາກ​ເໜືອ ອິດ​ສະ​ຣາ​ແອັນ ຖືກ​ກຳ​ລັງ Hezbollah ບຸກ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຢ່າງ​ດຸ​ເດືອດ - ảnh 1ສະພາບການຢູ່ພາກເໜືອ ອິດສະຣາແອັນ ພາຍຫຼັງຖືກບຸກໂຈມຕີ (ພາບ: THX/TTXVN)

ວັນທີ 28 ທັນວາ, ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ໃຫ້ຮູ້ວ່າ ພາກເໜືອຂອງປະເທດນີ້ ຫາກໍຖືກຂະບວນການອິດສະລາມ ປະກອບອາວຸດ Hezbollah ຢູ່ ລີບັງ ບຸກໂຈມຕີດ້ວຍລູກສອນໄຟຢ່າງດຸເດືອດທີ່ສຸດນັບແຕ່ວັນທີ 08 ຕຸລາ.

        ຕາມແຈ້ງການຂອງ IDF ແລ້ວ, Hezbollah ໄດ້ຍິງລູກສອນໄຟຢ່າງໜ້ອຍສຸດ 34 ລູກ ຈາກພາກໃຕ້ ລີບັງ ໃສ່ 2 ເຂດ Rosh Hanikra ແລະ Kyriat Shmona ຢູ່ພາກເໜືອ ອິດສະຣາແອັນ, ເຊິ່ງໃກ້ກັບຊາຍແດນ ລີບັງ. ປັດຈຸບັນ, ຍັງບໍ່ທັນມີການລາຍງານໃດກ່ຽວກັບຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບຈາກການບຸກໂຈມຕີດັ່ງກ່າວເທື່ອ. ໃນຂະນະນັ້ນ, IDF ຢັ້ງຢືນວ່າ ໄດ້ໂຕ້ຕອບດ້ວຍຫຼາຍບັ້ນບຸກໂຈມຕີທາງອາກາດຢ່າງລຽນຕິດເລັ່ງໃສ່ບັນດາສະຖານທີ່ເລີ່ມຕົ້ນບັ້ນບຸກໂຈມຕີ, ແຕ່ກໍ່ບໍ່ສະໜອງຂໍ້ມູນເພີ່ມເຕີມ.

ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ