ການປະທະກັນຢູ່ ລັດເຊຍ - ຢູແກຼນ ນັບມື້ນັບອັນຕະລາຍຂຶ້ນ

(VOVWORLD) - ສະພາບການລວມໃນເຂດດຳເນີນບັ້ນຮົບການທະຫານພິເສດ ພວມໄດ້ຮັບການຄວບຄຸມ...
ການປະທະກັນຢູ່ ລັດເຊຍ - ຢູແກຼນ ນັບມື້ນັບອັນຕະລາຍຂຶ້ນ - ảnh 1ສະຸຖານທີ່ເກີດເຫດຢູ່ ກີແອັບ
(ພາບ:Reuters)

ວັນທີ 11 ພຶດສະພາ, ກະຊວງປ້ອງກັນປະເທດ ລັດເຊຍ ຢັ້ງຢືນວ່າ: ສະພາບການລວມໃນເຂດດຳເນີນບັ້ນຮົບການທະຫານພິເສດ ພວມໄດ້ຮັບການຄວບຄຸມ. ການປົດປ່ອຍເຂດທາງທິດຕາເວັນຕົກຂອງນະຄອນ Artemovsk ຍັງໄດ້ສືບຕໍ່ໄດ້ຮັບການໜູນຊ່ວຍຈາກເຮືອບິນ ແລະ ປືນໃຫຍ່, ການບຸກໂຈມຕີ 8 ຄັ້ງຂອງກຳລັງປະກອບອາວຸດ ຢູແກຼນ ແນໃສ່ບັນດາກຳລັງທະຫານຂອງລັດເຊຍ ກໍ່ຖືກຍູ້ໃຫ້ຖອຍໄປ.

        ໃນສະພາບການທີ່ກ່ຽວຂ້ອງ, ວັນທີ 11 ພຶດສະພາ, ທ່ານ Ben Wallace, ຜູ້ນຳຂອງກະຊວງປ້ອງກັນປະເທດ ອັງກິດ ໄດ້ຢັ້ງຢືນວ່າ ຈະມອບສົ່ງລູກສອນໄຟນຳວິຖີ Storm Shadow ໃຫ້ກີແອັບ. ເມື່ອວິເຄາະກ່ຽວກັບເຫດການນີ້, ທ່ານ Anthony Blinken, ລັດຖະມົນຕີການຕ່າງປະເທດ ອາເມລິກາ ຖະແຫຼງວ່າ ວໍຊິງຕັນ ເຊື່ອໝັ້ນວ່າ ຄຳຕັດສິນດັ່ງກ່າວຂອງລັດຖະບານ ອັງກິດ ທີ່ມອບສົ່ງລູກສອນໄຟນຳວິຖີໄລຍະໄກ Storm Shadow ໃຫ້ກີແອັບ ໄດ້ຕອບສະໜອງຄວາມຕ້ອງການຂອງກຳລັງປະກອບອາວຸດ ກີແອັບ. ປະຕິກິລິຍາກ່ຽວກັບເຫດການດັ່ງກ່າວ, ວັງ Kremlin ຖະແຫຼງວ່າ ກອງທັບ ລັດເຊຍ ຈະໂຕ້ຕອບຢ່າງສົມເຫດສົມຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ