ການ​ປະ​ທະ​ກັນ​ລະ​ຫວ່າງ ອິດ​ສະ​ຣາ​ແອັນ - ຮາ​ມາດ​ສ: ເຮ​ໂບ​ລາ ກ່າວ​ເຕືອນ​ດຳ​ເນີນ​ສົງ​ຄາມ​ບໍ່​ມີ​ຂອບ​ເຂດ​ກັບ ອິດ​ສະ​ຣາ​ແອັນ

(VOVWORLD) - ທ່ານເລຂາທິການ ອົງການເດີນເຮືອສາກົນ Arsenio Dominguez ຮຽກຮ້ອງໃຫ້ບັນດາຝ່າຍກ່ຽວຂ້ອງລະງັບໃຈ ແລະ ຫຼຸດຜ່ອນການປະທະກັນ “ເພື່ອຮັບປະກັນຄວາມປອດໄພໃຫ້ບັນດາກ່ຳປັ່ນຢູ່ພາກພື້ນ, ຮັບປະກັນການເດີນເຮືອແບບເສລີ ແລະ ລະບົບສະໜອງໄດ້ດຳເນີນໄປເປັນປົກກະຕິ”.
ການ​ປະ​ທະ​ກັນ​ລະ​ຫວ່າງ ອິດ​ສະ​ຣາ​ແອັນ - ຮາ​ມາດ​ສ: ເຮ​ໂບ​ລາ ກ່າວ​ເຕືອນ​ດຳ​ເນີນ​ສົງ​ຄາມ​ບໍ່​ມີ​ຂອບ​ເຂດ​ກັບ ອິດ​ສະ​ຣາ​ແອັນ - ảnh 1ກຳລັງ ເຮໂບລາ ເຂົ້າຮ່ວມການຊ້ອມຮົບຢູ່  Aramta, ລີບັງ ໃນເດືອນ ພຶດສະພາ 2023 (ພາບ: Getty Images/NBC)

ຕອນບ່າຍວັນທີ 03 ມັງກອນ, ຢູ່ສຳນັກງານ ສປຊ, ຢູ່ທີ່ນິວຢອກ, ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ໂຮມປະຊຸມດ່ວນ ເພື່ອປຶກສາຫາລືກ່ຽວກັບບັນດາເຫດບຸກໂຈມຕີ ໂດຍບັນດາມືປືນ Houthi ດຳເນີນຢ່າງລຽນຕິດຢູ່ ທະເລແດງ, ໃນຂະນະການປະທະກັນລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ອິດສະລາມ ຮາມາດສ ຂອງ ປາແລັດສະຕິນ ມີຄວາມສ່ຽງແຜ່ລາມອອກທົ່ວພາກພື້ນ. ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການ ອົງການເດີນເຮືອສາກົນ Arsenio Dominguez ຮຽກຮ້ອງໃຫ້ບັນດາຝ່າຍກ່ຽວຂ້ອງລະງັບໃຈ ແລະ ຫຼຸດຜ່ອນການປະທະກັນ “ເພື່ອຮັບປະກັນຄວາມປອດໄພໃຫ້ບັນດາກ່ຳປັ່ນຢູ່ພາກພື້ນ, ຮັບປະກັນການເດີນເຮືອແບບເສລີ ແລະ ລະບົບສະໜອງໄດ້ດຳເນີນໄປເປັນປົກກະຕິ”. ທ່ານກໍໃຫ້ຮູ້ຕື່ມອີກວ່າ, ອົງການນີ້ ຈະສືບຕໍ່ຕິດຕາມສະພາບການ ບວກກັບການຮ່ວມມືຂອງບັນດາປະເທດສະມາຊິກ ແລະ ຄູ່ຮ່ວມມື, ພ້ອມດ້ວຍທະຫານເຮືອ ເຂົ້າຮ່ວມຮັບປະກັນຄວາມໝັ້ນຄົງຢູ່ທະເລ.

        ໃນຂະນະນັ້ນ, ວັນທີ 03 ມັງກອນ, ກ່າວຄຳເຫັນໃນຊ່ອງໂທລະພາບ al – Masirah TV, ໂຄສົກຂອງຂະບວນການ Houthi ຢູ່ ເຢແມນ ໃຫ້ຮູ້ວ່າ ຂະບວນການນີ້ ຈະສືບຕໍ່ສະກັດກັ້ນກ່ຳປັ່ນລຳຕ່າງໆຂອງ ອິດສະຣາແອັນ ຫຼື ກ່ຳປັ່ນລຳໃດທີ່ໄປຜ່ານ ອິດສະຣາແອັນ  ເພື່ອເຂົ້າໄປຍັງທະເລແດງ ແລະ ທະເລ ອາຣັບ  ຈົນຮອດເວລາໃດທີ່ເຄື່ອງ ແລະ ຢຸກຢາຊ່ວຍເຫຼືອໄດ້ຮັບການອະນຸຍາດເຂົ້າເຂດ ກາຊາ.

ນັກຂ່າວ VOV ປະຈຳ ອີຢິບ ແລະ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ