ການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ: ສະພາບການຢູ່ເຂດ ກາຊາ ຊົ່ວຮ້າຍລົງໃນແຕ່ລະຊົ່ວໂມງ, ບໍ່ສາມາດສ້າງເຂດປອດໄພໄດ້

(VOVWORLD) - ໃນຂະນະນັ້ນ, ກອງທຶນເຍົາວະຊົນ ສປຊ (UNISCEF) ກ່າວເຕືອນບໍ່ສາມາດສ້າງ “ເຂດປອດໄພ” ໃນເຂດ ກາຊາ ໃຫ້ສາມັນຊົນອົບພະຍົບຫຼີກລ້ຽງບັນດາການບຸກໂຈມຕີ ຂອງ ອິດສະຣາແອນ.
ການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ: ສະພາບການຢູ່ເຂດ ກາຊາ ຊົ່ວຮ້າຍລົງໃນແຕ່ລະຊົ່ວໂມງ, ບໍ່ສາມາດສ້າງເຂດປອດໄພໄດ້ - ảnh 1ເຮືອນຊານຖືກເປເພ ພາຍຫຼັງການບຸກໂຈມຕີ
(ພາບ:ສຳນັກຂ່າວສານ ຊິນຮວາ/TTXVN)

ວັນທີ 5 ທັນວາ, ທ່ານ Richard Peeperkorn, ຜູ້ຕາງໜ້າອົງການອະນາໄມໂລກ (WHO) ຢູ່ບັນດາເຂດດິນແດນຖືກຄວບຄຸມຂອງ ປາດແລດສະຕິນ, ໃຫ້ຮູ້ວ່າ: ສະພາບການຢູ່ເຂດ ກາຊາ ພວມ “ຊົ່ວຮ້າຍລົງໃນແຕ່ລະຊົ່ວໂມງ” ເມື່ອ ອິດສະຣາແອນ ໄດ້ຖິ້ມລະເບີດຢ່າງຕໍ່ເນື່ອງໃສ່ບັນດາເຂດໃກ້ຄຽງຂອງນະຄອນ Khan Yunis ແລະ Rafah. ໃນຂະນະນັ້ນ, ກອງທຶນເຍົາວະຊົນ ສປຊ (UNISCEF) ກ່າວເຕືອນບໍ່ສາມາດສ້າງ “ເຂດປອດໄພ” ໃນເຂດ ກາຊາ ໃຫ້ສາມັນຊົນອົບພະຍົບຫຼີກລ້ຽງບັນດາການບຸກໂຈມຕີ ຂອງ ອິດສະຣາແອນ.

        ໃນສະພາບການກ່ຽວຂ້ອງ, ວັນທີ 5 ທັນວາ, ກາຕາ ໄດ້ຮຽກຮ້ອງໃຫ້ ສະພາຄວາມໝັ້ນຄົງ ສປຊ ບັງຄັບໃຫ້ ອິດສະຣາແອນ ກັບຄືນສູ່ໂຕະເຈລະຈາ ກ່ຽວກັບການປະທະກັນໃນເຂດ ກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ