ການປະສານດົນຕີເປີດສາກ “ຊຸມມື້ເອີລົບ ປີ 2013”

ການປະສານດົນຕີເປີດສາກ “ຊຸມມື້ເອີລົບ ປີ 2013” - ảnh 1
(ພາບປະກອບ)
(vovworld) - ຕອນ​ຄໍ່າ​ວັນ​ທີ 09/05, ຢູ່​ຮ່າ​ໂນ້ຍ, “​ຊຸມ​ມື້​ເອີ​ລົບ ປີ 2013” ​ໄດ້​ຮັບ​ການ​ເປີດ​ສາກ​ດ້ວຍ​ລາຍການ​ດົນຕີ​ປະສານ​ສຽງ​ຂອງ​ວົງ​ດົນຕີ​ປະສານ​ສຽງ Chamber Munich, ​​ເຊິ່ງສະ​ແດງ​ພ້ອມ​ກັບວົງດົນຕີ​ຂອງ​ໂຮງ​ລະຄອນສີ​ລະ​ປະ ຫວຽດນາມ ​ແລະ ບັນດາ​ນັກ​ຮ້ອງ​ຂອງ​ສະ​ຖາ​ບັນ​ດົນຕີ​ແຫ່ງ​ຊາດ. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ລັດຖະມົນຕີກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວຫວຽດນາມ ຮ່ວາງຕ໋ວນ​ແອ​ງ; ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ບຸ​ຍ​ແທງ​ເຊີນ ພ້ອມ​ກັບ​ບັນດາ​ເອກ​ອັກຄະ​ລັດຖະທູດ​ຂອງ​ຫຼາຍ​ປະ​ເທດ​ປະຈຳ​ຫວຽດນາມ. ທີ່​ພິທີ, ທ່ານຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ບຸ​ຍ​ແທງ​ເຊີນ ​ເນັ້ນ​ໜັກ​ວ່າ: “​ຊຸມ​ມື້​ເອີ​ລົບ ປີ 2013” ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຫວຽດນາມ ​ໂຄ​ສະ​ນາ​ກັບ​ເພື່ອນ​ມິດ​ເອີ​ລົບ ກ່ຽວ​ກັບ​ວັດທະນະທຳ, ສີ​ລະ​ປະ, ຮູບ​ພາບ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ, ກ່ຽວ​ກັບ​ປະຊາ​ຄົມ​ຊາວ​ຫວຽດນາມ. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຊາວ​ຫວຽດນາມ ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈກັບ​ຊາດ​ຕ່າງໆ, ຮັດ​ແໜ້ນ​ນ້ຳໃຈມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ປະຊາ​ຊາດ​ໃນ​ໂລກ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ