ການພົບປະສັງສັນຜູ້ຟັງອິນໂດເນເຊຍຢູ່Yogyakarta: ຜູ້ຟັງບໍ່ມີພົມແດນ

ການພົບປະສັງສັນຜູ້ຟັງອິນໂດເນເຊຍຢູ່Yogyakarta: ຜູ້ຟັງບໍ່ມີພົມແດນ - ảnh 1
ພາບ​ຈາກ ເຮືອງ​ຈ່າ, ນັກ​ຂ່າວ VOV5

(vovworld) – “ວິ​ທະ​ຍຸ​ກະ​ຈາຍ​ສຽງ​ນຳ​ມາ​ເຊິ່ງຈິດ​ໃຈ​ອັນ​ດີ​ງາມ ແລະ ຄົ້ນ​ຫາ​ໂລກ” - ນັ້ນ​ແມ່ນ​ຫົວ​ຂໍ້​ຂອງ​ການ​ພົບ​ປະ​ຜູ້​ຟັງ​ຄັ້ງ​ທີ 4 - ເຊິ່​ງ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 10/12 ຢູ່​ນະ​ຄອນ Yogyakarta, ປະ​ເທດ ອິ​ນ​ໂດ​ເນ​ເຊຍ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ​ບັນ​ດາ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ອິນ​ໂດ​ເນ​ເຊຍ (RRI), ຫວຽດ​ນາມ (VOV5), ຮົງ​ກົງ (ປະ​ເທດ ຈີນ) ພ້ອ​ມ​ກັບ​ຜູ້​ຟັງ​ທີ່​ມາ​ຈາກ​ບັນ​ດາ​ແຂວງ, ນະ​ຄອນ​ຢູ່ ອິນ​ໂດ​ເນ​ເຊຍ 60 ຄົນ.

        ເນື່ອງ​ໃນ​​ໂອ​ກາດ​ນີ້, ທ່ານ ຫງວຽນ​ຕ໋ຽນ​ລອງ, ຜ​ູ້​ອຳ​ນວຍ​ການ ພາກ​ພາ​ສາ​ຕ່າງ​ປະ​ເທດ ວິ​ທະ​ຍຸ​ກະ​ຈາຍ​ສຽງແຫ່ງ​ຊາດ (VOV5) ໄດ້​ສົ່ງ​ຄຳ​ອວຍ​ພອນ​ເຖິງ​ລາຍ​ການ, ອວຍ​ພອນ​ໃຫ້​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ຜູ້​ຟັງ ອິນ​ໂດ​ເນ​ເຊຍ ກັບ VOV5 ນັບ​ມື້​ນັບ​ພັດ​ທະ​ນາ​ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ