ການພົບປະແລກປ່ຽນສະແດງສິລະປະຕອບບຸນແທນຄຸນນັກຮົບເສຍສະຫຼະຊີວິດເພື່ອຊາດ

ການພົບປະແລກປ່ຽນສະແດງສິລະປະຕອບບຸນແທນຄຸນນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1
ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ
(ພາບປະກອບ)

(vovworld) – ​ເພື່ອມຸ່ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 67 ປີ​​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ ​ແລະ ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/7/1947 – 27/7/2014), ຕອນ​ຄຳ່​ວັນ​ທີ 16/7, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ລາຍການພົບ​ປະ​ແລ​ກປ່ຽນ​ສະ​ແດງສິລະ​ປະ​ຕອບ​ບຸນ​ແທນ​ຄຸນ​ນັກຮົບ​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ດ້ວຍ​ຫົວ​ຂໍ້​ວ່າ: “ສຸດ​ຈິດ​ສຸດ​ໃຈ​ເພື່ອ​ຄຸນງາມຄວາມດີ​ຂອງ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ”. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ສັງຄົມ​ສະ​ແດງ​ຄວາມ​ຮູ້ບຸນ​ຄຸນ, ຕອບ​ບຸນ​ແທນ​ຄຸນ​ທີ່​ມີ​ຕໍ່​ບັນດາ​ຜູ້​ທີ່​ມີ​ຄຸນງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ ​ແລະ ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ໝູ່​ຄະນະ, ສ່ວນບຸກຄົນ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​​ເຂົ້າໃນ​ການ​ເຄື່ອນ​ໄຫວ​ຕອບ​ບຸນ​ແທນ​ຄຸນ​.

    ​ໃນ​ຂອບ​ເຂດ​ລາຍການ​ພົວພັນ​ແລກປ່ຽນ, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ທ່ານ​ນາງ​ຮອງ​ປະທານ​​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ສົ່ງ​ໝາກຜົນ​ຂອງ​ການ​ສັນ​ນະ​ສູດ ADN ຢັ້ວຢຶນ​ຊື່​ຂອງ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ 5 ຄົນ​ໃຫ້​ຍາດຕິ​ພີ່ນ້ອງ​ບັນດາ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (ຄັ້ງ​ທີ 23). ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຈັດ​ຕັ້ງ​ກໍ່​ໄດ້​ມອບປຶ້ມ​ເງິນ​ຝາກປະຢັດ​ໃຫ້​ບັນດາ​ຄອບຄົວບັນດາ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ.


ຂ່າວ/ບົດ​ອື່ນ