ການພົວພັນ ຫວຽດນາມ - ອົດສະຕາລີ ອີງໃສ່ນ້ຳໃຈເພື່ອນມິດ, ຄວາມເຊື່ອໝັ້ນຍຸດທະສາດ

(VOVWORLD) - ນ້ຳໃຈເພື່ອນມິດ ແລະ ຄວາມເຊື່ອໝັ້ນຍຸດທະສາດໄດ້ສ້າງພື້ນຖານໃຫ້ແກ່ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອົດສະຕາລີ. ນີ້ແມ່ນຄຳຢັ້ງຢືນຂອງ ລັດຖະມົນຕີກະຊວງການຕ່າງປະເທດອົດສະຕາລີ ທ່ານ ນາງ Penny Wong ໃນການພົບປະສື່ມວນຊົນເມື່ອຕອນບ່າຍຂອງວັນທີ 22 ສິງຫາ, ທີ່ ຮ່າໂນ້ຍ, ເນື່ອງໃນໂອກາດການມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ການພົວພັນ ຫວຽດນາມ - ອົດສະຕາລີ ອີງໃສ່ນ້ຳໃຈເພື່ອນມິດ, ຄວາມເຊື່ອໝັ້ນຍຸດທະສາດ - ảnh 1ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong (ພາບ: TTXVN)

ທ່ານນາງ Penny Wong ຫວັງວ່າ ຢາກຮັກສາການຮ່ວມມືຢ່າງແທດຈິງລະຫວ່າງ ຫວຽດນາມ - ອົດສະຕາລີ ແລະ ໃຫ້ຮູ້ວ່າ: ທັງສອງຝ່າຍກຳລັງພ້ອມກັນເຮັດວຽກເພື່ອຍົກລະດັບການພົວພັນຂື້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ກ່ຽວກັບການຮ່ວມມືຫຼາຍຝ່າຍ, ທ່ານນາງໃຫ້ຮູ້ວ່າ: ສອງປະເທດແບ່ງບັນຄວາມມຸ່ງຫວັງກ່ຽວກັບພາກພື້ນແຫ່ງສັນຕິພາບ, ມີສະຖຽນລະພາບ ແລະ ວັດທະນາຖາວອນ. ທ່ານນາງ Penny Wong ເນັ້ນໜັກວ່າ: ໂດຍເປັນສ່ວນໜື່ງໃນ ASEAN, ຫວຽດນາມ ມີບົດບາດທີ່ສຳຄັນຕໍ່ອົດສະຕາລີ, ພິເສດແມ່ນໃນຂົງເຂດເສດຖະກິດ. ອົດສະຕາລີຮັບຮອງ ”ພື້ນຖານເສດຖະກິດການຕະຫຼາດ” ຂອງ ຫວຽດນາມ ແລະ ຢາກເປີດກ້ວາງການພົວພັນຮ່ວມມືທາງດ້ານການຄ້າ - ການລົງທຶນລະຫ່ວາງສອງຝ່າຍ.

ກ່ອນໜ້ານີ້, ໃນມື້ດຽວກັນນັ້ນ, ທີ່ເວທີປາໄສວິທະຍາສາດ “50 ປີ ແຫ່ງການພົວພັນຮ່ວມມື ຫວຽດນາມ - ອົດສະຕາລີ: ການຮ່ວມມືພາກພື້ນໃນໂລກທີ່ມີການປ່ຽນແປງ”, ລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ ທ່ານນາງ Penny Wong ໄດ້ປະກາດບ້ວງເງິນຊ່ວຍເຫຼືອໃໝ່ຂອງ ອົດສະຕາລີ ທີ່ມີມູນຄ່າ 94,5 ລ້ານ AUD ໃຫ້ແກ່ການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄລຍະແຕ່ປີ 2023 ເຖິງປີ 2034./.

ຕອບກັບ

ຂ່າວ/ບົດ​ອື່ນ