ການພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມແລະທະນາຄານໂລກນັບມື້ນັບພັດທະນາ

ການພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມແລະທະນາຄານໂລກນັບມື້ນັບພັດທະນາ - ảnh 1
​ທ່ານ Ousmane Dione ແລະ ທ່ານ ຫງວຽນ​ຊວນ​ຟຸກ

(vovworld) - ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ​ ແລະ​ ທະ​ນາ​ຄານ​ໂລກ​ນັບ​ມື້​ນັບ​ພັດ​ທະ​ນາ - ນັ້ນ​ແມ່ນ​​ຄຳຢັ້ງ​ຢືນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ເມື່ອ​ຕ້ອນ​ຮັບ​ທ່ານ Ousmane Dione, ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດ​ຂອງ​ທະ​ນາ​ຄານ​ໂລກ (WB) ປະ​ຈຳ ຫວຽດ​ນາມ, ​ໃນຕອນ​ບ່າຍ​ວັນ​ທີ 4/10, ຢູ່​ຮ່​າ​ໂນ້ຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ: WB ສວມ​ບົດ​ບາດ​ສຳ​ຄັນ​ສຳ​ລັບ ຫວຽດ​ນາມ. ການ​ພົວ​ພັນ​ຄູ່​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ ແລະ WB ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້ WB ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ສາ​ທາ​ລະ​ນະ​ສຸກ, ​ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ.

        ສ່ວນ​ທ່ານ Ousmane Dione ໄດ້​ອວຍ​ພອນ​​ໃຫ້ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ຄວາມ​ຄືບ​ໜ້າ​ທີ່​ປະ​ທັບ​ໃຈ​ໃນ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ. ຫວຽດ​ນາມ ກໍ່​ແມ່ນ​ແບບ​ຢ່າງ​ເພື່ອ​ໃຫ້ຫຼາຍ​ປະ​ເທດ​ພວມ​ພັດ​ທະ​ນາ​ຮ່ຳ​ຮຽນ​ເອົາ​ບົດ​ຮຽນ. ທ່ານ Ousmane Dione ຢັ້ງ​ຢ​ືນ​ວ່າ: WB ຈະ​ມາ​ນ​ະ​ພະ​ຍາ​ຍາມ​ເພື່ອ​ບັນ​ລຸ​ໄດ້​ຜົນ​ງານຫຼາຍ​ຢ່າງ​ກ່​ວາ​ອີກ, ໃນ​ວິ​ວັດ​ການ​ຮ່ວມ​ມື ແລະ ໜູນ​ຊ່ວຍ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ