ການພົວພັນດ້ານການທູດລະຫວ່າງ ອາເມລິກາ ແລະ ອີຣານ ສືບຕໍ່ເຄັ່ງຕຶງ

ການພົວພັນດ້ານການທູດລະຫວ່າງ ອາເມລິກາ ແລະ ອີຣານ ສືບຕໍ່ເຄັ່ງຕຶງ - ảnh 1
(ພາບປະກອບ)

(vovworld) - ​ວັນ​ທີ 11/04, ໂຄສົກ​ທຳນຽບຂາວ ທ່ານ Jay Carney ​ແຈ້ງ​​ໃຫ້​ຮູ້​ຢ່າງ​ເປັນທາງ​ການ​ວ່າ ອາ​ເມລິ​ກາ ຈະ​ບໍ່ອອກ​ວີ​ຊາ ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຂອງ​ອີຣານ ປະຈຳ​ສະຫະ​ປະຊາ​ຊາດ Hamid Aboutalebi ຍ້ອນ​ທ່ານ​ນີ້​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ວິ​ກິດ​ການ​ຕົວ​ປະກັນ​ອາ​ເມ​ລິ​ກາ ​ເມື່ອ​ປີ 1979 ຢູ່​ອີຣານ. ວໍ​ຊິງ​ເຕັນ ​ໄດ້​ກ່າວ​ຫາ​ນັກ​ການ​ທູດ​ດັ່ງກ່າວ​​ແມ່ນ​ສະມາຊິກ​ຂອງ​ກຸ່ມ​ມື​ປືນ​ອິດສະ​ລາມ​ປະກອບ​ອາວຸດ ​ເຊິ່ງ​ເຄີຍລອກ​ຈັບ​ຕົວຊາວ​ອາ​ເມ​ລິ​ກາ 52 ຄົນ ​ໃນ​ວິ​ກິດ​ການ​ເມື່ອ​ປີ 1979 ​ເຮັດ​​ໃຫ້ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ອີຣານ ​ຊົ່ວ​ຮ້າຍ​ລົງ. ​ເຖິງ​ວ່າທ່ານ Hamid Aboutalebi ຢືນຢັນ​ວ່າ ທ່ານ​ບໍ່​ເຂົ້າ​ຮ່ວມ​​ເຫດການ​ລອກຈັບ​ຕົວດັ່ງກ່າວ, ​ແຕ່​ຝ່າຍ​ອາ​ເມ​ລິ​ກາ ຍັງ​ກ່າວ​ຜູກ​ໂທດ​ທ່ານ​ແມ່ນ​ພາກສ່ວນ​ກໍ່​ການ​ຮ້າຍ.

ຂ່າວ/ບົດ​ອື່ນ