ການພົວພັນລະຫວ່າງ ອົດສະຕາລີ-ຫວຽດນາມ ພັດທະນາຢ່າງກ້າວ ກະໂດດຂັ້ນ

ການພົວພັນລະຫວ່າງ ອົດສະຕາລີ-ຫວຽດນາມ ພັດທະນາຢ່າງກ້າວ ກະໂດດຂັ້ນ - ảnh 1

​(ພາບ:vietnamplus..vn)

(vovworld)-  ”ຂ້າພະ​ເຈົ້າມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ບັນດາ​ການ​ພັດທະນາ​ຢ່າງ​ກ້າວ​ກະ​ໂດດ​ຂັ້ນ​ໃນ​ການ​ພົວພັນ​ລະຫວ່າງ​ອົດ​ສະ​ຕາ​ລີ-​ຫວຽດນາມ ​ໃນ 40 ປີຜ່ານມາ”. ທ່ານ​ນາງ Sue Boyd ​ເອກ​ອັກຄະ​ລັດຖະທູດ​ອົດ​ສະ​ຕາ​ລີ ປະຈຳ​ຫວຽດນາມ ​ໄລຍະ 1994-1997 ​ໄດ້​ຢືນຢັນ​ຄື​ດັ່ງກ່າວ ​ເມື່ອ​ຕອບ​ສຳພາດ​ວົງ​ການ​ນັກ​ຂ່າວ​ຫວ່າງ​ແລ້ວ​ນີ້. ຕາມທ່ານ​ນາງ Sue Boyd, ທ່ານ​ນາງ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຕໍ່​ບັນດາ​ການ​ປ່ຽນ​ແປງ​ຢ່າງ​ໄວວາ ​ແລະ ຕັ້ງໜ້າ​ຢູ່​ຫວຽດນາມ ກໍ່​ຄື​ໃນ​ການ​ພົວພັນລະຫວ່າງ​ອົດ​ສະ​ຕາ​ລີ-​ຫວຽດນາມ. ທ່ານ​ນາງ​ອະດີດເອກ​ອັກຄະ​ລັດຖະທູດ​ອົດ​ສະ​ຕາ​ລີ ປະຈຳ​ຫວຽດນາມ  Sue Boyd  ຖື​ວ່າ: ​ເພື່ອ​ໃຫ້ການ​ພົວພັນ​ສອງ​ຝ່າຍ​ພັດທະນາ​ດີ​ກ່ວາ​ອີກ, ສອງ​ປະ​ເທດ​ຄວນ​ລົບ​ລ້າງຮົ້ວກິດ​ຂວາງ​ຕ່າງໆ ​ເພື່ອ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄ້າ, ການ​ລົງທຶນ ​ແລະ ການ​ໄປມາ, ຮັດແໜ້ນສາຍ​ພົວພັນ​ລະຫວ່າງ ປຊຊ ສອງ​ປະ​ເທດ​ກ່ວາ​ອີກ.

 

 

 

ຂ່າວ/ບົດ​ອື່ນ