ການພົວພັນຫວຽດນາມ-ອົດສະຕາລີນັບມື້ນັບພັດທະນາຢ່າງເລິກເຊິ່ງກ້ວາງຂວາງໃນທຸກຂົງເຂດ

ການພົວພັນຫວຽດນາມ-ອົດສະຕາລີນັບມື້ນັບພັດທະນາຢ່າງເລິກເຊິ່ງກ້ວາງຂວາງໃນທຸກຂົງເຂດ - ảnh 1
ໂຮງລະຄອນ Sydney

(vovworld) –  ສະຖານ​ກົງ​ສູນ​​ໃຫຍ່ ຫວຽດນາມ ປະ​ຈຳ Sydney ຫາ​ກໍ່​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​​ວັນຊາດ​ (2/9) ຄົບ​ຮອບ 71 ປີດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ລັດ New South Wales, ​ເພື່ອນ​ມິດສາ​ກົນ, ບັນດາ​ອົງການ​ຕາງໜ້າ​ຂອງ ຫວຽດນາມ ຢູ່ ອົດ​ສະ​ຕາ​ລີ ພ້ອມ​ກັບ​ພໍ່​​ແມ່​ປະຊາຊົນ​ຊາວ ຫວຽດນາມ, ນັກຮຽນ, ນັກ​ສຶກສາ ຫວຽດນາມ ທີ່ພວມ​ຮຳ່ຮຽນ, ​ເຮັດ​ວຽກ ​ແລະ ດຳລົງ​ຊີວິດ​ຢູ່ ອົດສະ​ຕາ​ລີ. ທີ່​ພິທີ, ທ່ານ ຮ່ວາງ​ມີ​ງ​ເຊີນ, ຫົວໜ້າ​ສະຖານ​ກົງ​ສູນ​ໃຫຍ່ ຫວຽດນາມ ປະ​ຈຳ Sydney ​ໄດ້​ທົບ​ທວນ​ຄືນ​ບັນດາ​ຂີດ​ໝາຍ​ປະຫວັດສາດ, ຜົນງານ​ອັນ​ໃຫຍ່​ຫຼວງ​ຂອງ​ປະຊາຊົນ ຫວຽດນາມ ​ໃນ​ຕະຫຼອດ​ 71 ປີຜ່ານມາ, ນັບ​ແຕ່​ເມື່ອ​ປະທານ ​ໂຮ່ຈີ​ມິນ ອ່ານ​ຖະ​ແຫຼ​ງປະກາດ​ເອກະລາດ​ໃນ​ວັນທີ 2/9/1945 ຢູ່​ສະໜາມ​ຫຼວງ ບາ​ດິ່ງ ປະຫວັດສາດ ​ແລະ ​ເນັ້ນ​ໜັກ ຫວຽດນາມ ສືບຕໍ່​ແມ່ນ​ເພື່ອນ​ມິດ, ຄູ່​ຮ່ວມ​ມື​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​​ໃຈຂອງ​ທຸ​ກໆ​ປະ​ເທດ​ໃນ​​ໂລກ, ​ແມ່​ນສະມາຊິກ​ຕັ້ງໜ້າ ​​ແລະ ມີ​ປະສິດທິ​ຜົນ​ຂອງ​ປະຊາ​ຄົມສາກົນ, ​​ເຊິ່ງໄດ້​ຮັບ​ການສະ​​ແດງ​ຜ່ານ​ຄວາມ​ມານະ​ພະຍາຍາມ​ຂອງ ຫວຽດນາມ ​ເມື່ອ​ເຂົ້າ​ຮ່ວມ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015. ກ່ຽວ​ກັບ​ການ​ພົວພັນ ຫວຽດນາມ - ອົດ​ສະ​ຕາ​ລີ, ທ່ານ ຮ່ວາງ​ມິີງ​ເຊີນ ຢັ້ງຢືນ​ການ​ພົວພັນ 2 ປະ​ເທດ​ນັບ​ມື້​ນັບ​ພັດທະນາ​ເລິກ​​ເຊິ່ງ - ກ້ວາງ​ຂວາງ ​ໃນ​ທຸກ​ຂົງ​ເຂດ​. ທ່ານ ຮ່ວາງ​ມິີງ​ເຊີນ ສະ​ແດງຄວາມ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ການ​ພົວພັນ​ໃໝ່​ຈາກ​ຄູ່​ຮ່ວມ​ມື​ຮອບດ້ານ​ໃນ​ປີ 2009 ​ແລະ ປະຈຸ​ບັນ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຮອບດ້ານ​ເພີ່ມ​ທະວີ, ​ໄດ້ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ຄວາມວັດທະນາ​ຖາວອນ​ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟິກ ​ແລ​ະ ຢູ່​ໃນ​ໂລກ.


ຂ່າວ/ບົດ​ອື່ນ