ການພົວພັນຮ່ວມມືລະຫວ່າງຫວຽດນາມ - ອົດສະຕາລີ ນັບມື້ນັບພັດທະນາຢ່າງແຮງ

(VOVWORLD) -ໂດຍຮັບຄຳເຊື້ອເຊີນຂອງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ, ທ່ານ Peter Cosgrove  ຜູ້ມີອຳນາດເຕັມແຫ່ງອົດສະຕາລີ ພ້ອມດ້ວຍພັນລະຍາ ດຳເນີນການ ໄປຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໃນລະຫວ່າງວັນທີ 23 – 26 ພຶດສະພາ 2018

ການພົວພັນຮ່ວມມືລະຫວ່າງຫວຽດນາມ - ອົດສະຕາລີ ນັບມື້ນັບພັດທະນາຢ່າງແຮງ - ảnh 1ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງອົດສະຕາລີ ປະຈຳຫວຽດນາມ Craig Chittick

(ພາບປະກອບ: TTXVN)

ນີ້ແມ່ນເຫດການສຳຄັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ອົດສະຕາລີ ( 26  ກຸມພາ 1973 – 26 ກຸມພາ 2018). ເນື່ອງໃນໂອກາດນີ້, ໃນການສຳພາດທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງອົດສະຕາລີ ປະຈຳຫວຽດນາມ Craig Chittick ກ່ຽວກັບການມາຢ້ຽມຢາມຫວຽດນາມຂອງທ່ານຜູ້ມີອຳນາດເຕັມແຫ່ງອົດສະຕາລີພ້ອມດ້ວຍພັນລະຍາຄັ້ງນີ້, ທ່ານເອກອັກຄະລັດຖະທູດ Craig Chittick ຢັ້ງຢືນວ່າ ການຢ້ຽມຢາມ  ແມ່ນຄວາມປາດຖະໜາຢາກສົ່ງສານກ່ຽວກັບການພົວພັນລະຫວ່າງຫວຽດນາມ - ອົດສະຕາລີ ພວມນອນໃນວຽກງານຈຸດສຸມຂອງສອງປະເທດ.

        ກ່ຽວກັບການພັດທະນາຂອງ ການພົວພັນລະຫວ່າງຫວຽດນາມ - ອົດສະຕາລີ ໃນໄລຍະຜ່ານມາກໍຄືແງ່ຫວັງແຫ່ງການພົວພັນຂອງສອງປະເທດໃນໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ Craig Chittick ໃຫ້ຮູ້ວ່າ: ໃນໄລຍະ 20 – 25 ປີຜ່ານມາ, ໄດ້ມີຂໍ້ຕົກລົງທີ່ສຳຄັນຍິ່ງຂອງສອງປະເທດຫຼາຍສະບັບ ແນໃສ່ເພື່ອຊຸກຍູ້ ການພົວພັນລະຫວ່າງສອງປະເທດ ດ້ວຍບັນດາຂີດໝາຍທີ່ເປັນໜ້າຈົດຈຳ.

        ກ່ຽວກັບການພົວພັນດ້ານການຄ້າ, ໃນຮອບເວລາ 10 ປີຜ່ານມາ, ການພົວພັນລະຫວ່າງຫວຽດນາມ - ອົດສະຕາລີ ໄດ້ມີບັນດາຂີດໝາຍສຳຄັນ; ກ່ຽວກັບຄວາມໝັ້ນຄົງການເດີນທະເລ, ສອງປະເທດໄດ້ມີການຮ່ວມມືໄລຍະຍາວ. ນີ້ແມ່ນຄວາມສຳຄັນສ່ວນໜຶ່ງໃນການຮ່ວມມືດ້ານຄວາມໝັ້ນຄົງຂອງສອງປະເທດ. ໃນຕະຫຼອດວິວັດການສ້າງສາ ແລະ ພັດທະນາ, ສອງປະເທດໄດ້ມານະພະຍາຍາມ ເພີ່ມພູນຄູນສ້າງສາຍພົວພັນ,  ສະນັ້ນ, ຈຶ່ງປະສົບຜົນສຳເລັດຄືດັ່ງທຸກວັນນີ້. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ປີ 2018 ຈະແມ່ນປີດີທີ່ສຸດ ເພື່ອໃຫ້ສອງປະເທດສ້າງຂີດໝາຍແຫ່ງຄວາມສຳເລັດຜົນຂອງບັນດາຂົງເຂດນີ້.


ຕອບກັບ

ຂ່າວ/ບົດ​ອື່ນ