ການ​ຢ້ຽມ​ຢາມ ຍີ່​ປ່​ຸ​ນ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ແມ່ນ​ສານ​ກ່ຽວ​ກັບ​ການ​ພົວ​ພັນ​ທີ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ

(VOVWORLD) -   ໂດຍໄດ້ຮັບຄຳເຊີນຂອງລັດ ຍີ່ປຸ່ນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ຈະໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການແຕ່ວັນທີ 27 – 30 ພະຈິກ.
ການ​ຢ້ຽມ​ຢາມ ຍີ່​ປ່​ຸ​ນ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ແມ່ນ​ສານ​ກ່ຽວ​ກັບ​ການ​ພົວ​ພັນ​ທີ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ - ảnh 1ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio (ພາບ: TTXVN)

 ຕາມທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ, Yamadan Takio, ການຢ້ຽມຢາມ ຍີ່ປຸ່ນ ຂອງທ່ານປະທານປະເທດ ຫວໍວັນເຖືອງ ທີ່ເປັນສັນຍາລັກຈະແຈ້ງພິສູດໃຫ້ເຫັນການພົວພັນອັນດີງາມທີ່ສຸດ ນັບແຕ່ກ່ອນມາຮອດປັດຈຸບັນ ລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ, ເຊິ່ງໄດ້ດຳເນີນໃນຈຸດເວລາສຳຄັນ, ມີລັກສະນະປະຫວັດສາດ ແລະ ແມ່ນໜຶ່ງໃນບັນດາຂີດໝາຍທີ່ພົ້ນເດັ່ນທີ່ສຸດໃນປີທີ່ສອງປະເທດ ຫວຽດນາມ - ຍີ່ປຸ່ນ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງສອງປະເທດ ຄົບຮອບ 50 ປີ (1973 – 2023).

        ທ່ານເອກອັກຄະລັດຖະທູດ Yamada Takio ຖືວ່າ ນອກຈາກການຫວນຄືນບັນດາບາດກ້າວເດີນໃນການພົວພັນສອງປະເທດນັບແຕ່ກ່ອນມາຮອດປັດຈຸບັນແລ້ວ, ການຢ້ຽມຢາມຄັ້ງນີ້ ຍັງສົ່ງສານທີ່ວ່າ ການຮ່ວມມືລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ ບໍ່ພຽງແຕ່ແມ່ນການພົວພັນສອງຝ່າຍເທົ່ານັ້ນ, ຫາກຍັງພວມກາຍເປັນການ ພົວພັນທີ່ສາມາດປະກອບສ່ວນໃຫ້ແກ່ສັນຕິພາບ, ວັດທະນາຖາວອນຂອງພາກພື້ນ ແລະ ໂລກອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ