ການລົງ​ທຶນຂອງ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ​ບັນ​ລຸກວ່າ 22 ຕື້ USD

(VOVWORLD) - ຕາມແຈ້ງການຂອງກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ປີ 2023, ເງິນລົງທຶນຕ່າງປະເທດທັງໝົດຂອງ ຫວຽດນາມ ຢູ່ຕ່າງປະເທດ, ລວມທັງທຶນຈົດທະບຽນໃໝ່ ແລະ ດັດປັບ ແມ່ນບັນລຸເກືອບ 421 ລ້ານ USD, ເທົ່າກັບ 78% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.
ການລົງ​ທຶນຂອງ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ​ບັນ​ລຸກວ່າ 22 ຕື້ USD - ảnh 1(ພາບປະກອບ: VOV)

ເຖິງວ່າຈຳນວນທຶນທັງໝົດມີສ່ວນຫຼຸດລົງກໍ່ຕາມ ແຕ່ຈຳນວນໂຄງການແມ່ນເພີ່ມຂຶ້ນ, ມີເຖິງ 124 ໂຄງການ ໄດ້ຮັບໃບຢັ້ງຢືນລົງທະບຽນລົງທຶນໃໝ່. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ການລົງທຶນຂອງ ຫວຽດນາມ ຢູ່ຕ່າງປະເທດສືບຕໍ່ແມ່ນຊ່ອງທາງລົງທຶນທີ່ມີຄວາມດຶງດູດສຳລັບບັນດາວິສາຫະກິດ.

        ປັດຈຸບັນ, ບັນດາວິສາຫະກິດ ຫວຽດນາມ ພວມລົງທຶນຢູ່ 79 ປະເທດ, ເຂດແຄວ້ນໃນໂລກ, ສຸມໃສ່ 16 ຂະແໜງ, ຂົງເຂດ… ໃນນັ້ນ, ການລົງທຶນເຂົ້າໃນຂົງເຂດກະສິກຳທີ່ມີເຕັກໂນໂລຢີສູງ ພວມແມ່ນທ່າອ່ຽງໃຫຍ່ຂອງວິສາຫະກິດ ຫວຽດນາມ. ໄລ່ຮອດປັດຈຸບັນນີ້, ຈຳນວນເງິນລົງທຶນຂອງ ຫວຽດນາມ ຢູ່ຕ່າງປະເທດ ບັນລຸກວ່າ 22 ຕື້ USD, ດ້ວຍ 1.700 ໂຄງການທີ່ຍັງມີຜົນບັງຄັບໃຊ້. ຫຼາຍໂຄງການ, ວິສາຫະກິດລົງທຶນຢູ່ຕ່າງປະເທດໄດ້ມີຜົນກຳໄລ ແລະ ໄດ້ສົ່ງກັບເມືອປະເທດເກືອບ 2 ຕື້ USD ໃນປີນີ້.  

ຕອບກັບ

ຂ່າວ/ບົດ​ອື່ນ