ການລົງປະຊາມະຕິ ກ່ຽວກັບການພົວພັນກັບ ອີຢູ

ການລົງປະຊາມະຕິ ກ່ຽວກັບການພົວພັນກັບ ອີຢູ - ảnh 1
ທ່ານ​ນາຍົກລັດຖະມົນຕີ ອັງກິດ  David Cameron
ພາບ:internet


(vovworld) - ວັນ​ທີ 23/1, ທ່ານ​ນາຍົກລັດຖະມົນຕີ ອັງກິດ  David Cameron ຖະ​ແຫລ​ງວ່າ ຈະ​ຈັດ​ຕັ້ງ​ການ​ລົງ​ປະຊາ​ມະຕິ ກ່ຽວ​ກັບ​ເລື່ອງ ອັງກິດ ຈະສືບ​ຕໍ່​ເປັນ​ສະມາຊິກ ຂອງ​ສະຫະພາບ​ເອີ​ລົບ (ອີ​ຢູ) ຫລືບໍ່ ຖ້າ​ຫາກ​ພັກ​ຮັກສາ​ເດີມ​ຂອງ​ທ່ານ​ຍາດ​​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດຈະ​ມາ​ເຖິງ. ​ໃນ​ສູນ​ທອນ​ພົດ​ອ່ານ​ທີ່​ນະຄອນຫລວງ ລອນ​ດອນ,​ ທ່ານ Cameron ​ໃຫ້​ຮູ້​ວ່າ: ກ່ອນ​ອື່ນ​ໝົດ ທ່ານ​ຢາກ​ເຈລະຈາ​ຄືນ​ບັນດາ​ເງື່ອນ​ໄຂ​ກ່ຽວ​ກັບ​ຖານະ​ເປັນ​ສະມາຊິກ​ຂອງ ອັງກິດ ຢູ່ອີ​ຢູ ​ໃນ​ສະພາບ​ການ​ທີ່ປະຊາຊົນ​ອັງກິດ​ມີ​ຄວາມ​ເສຍ​ຫວັງ​ຕໍ່ ອີ​ຢູ. ພາຍ​ຫລັງ​ເຈລະຈາ​ສຳ​ເລັດ​ຜົນ, ປະຊາຊົນ​ອັງກິດ ຈະ​​ເປັນ​ຜູ້​ຄຳ​ຕັດສິນຊີ້​ຂາດ​ເລື່ອງ​ອັງກິດສືບ​ຕໍ່​ເປັນ​ສະ​ມາ​ຊິກ ອີ​ຢູ ຫລື​ບໍ່. ທ່ານ​ນາຍົກລັດຖະມົນຕີ ອັງກິດ Cameron ຊີ້​ແຈງ​ວ່າ ຖ້າ​ຫາກພັກ​ຂອງ​ທ່ານ​ຍາດໄດ້​ໄຊຊະນະ​ຢ່າງ​ຈະ​ແຈ້ງ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຊື່​ງຈະ​ຈັດ​ຂຶ້ນ​ໃນ​ປີ 2015, ການ​ລົງ​ປະຊາ​ມະຕິ​ຈະ​ໄດ້​ຮັບ​ການປະຕິບັດ​ໃນ​ເຄີ່ງ​ອາຍຸ​ການ 5 ປີ​ຂອງ​ສະພາ​ແຫ່ງ​ຊາດ ໝາຍ​ຄວາມ​ວ່າ​ແມ່ນ​ທ້າຍ​ປີ 2017.

ຂ່າວ/ບົດ​ອື່ນ