ການ​ສົນ​ທະ​ນາ​ປ​ຶກ​ສາ​ຫາ​ລື​ກ່ຽວ​ກັບ​ນະ​ໂຍ​ບາຍ​ປ້ອງ​ກັນ​​ຊາດ ຄັ້ງ​ທີ 13 ຫວຽດ​ນາມ - ອິນ​ເດຍ

(VOVWORLD) - ທ່ານພົນໂທ ຫງວຽນຈິວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານຄະນະເລຂາກະຊວງປ້ອງກັນປະເທດ ອິນເດຍ Ajay Kumar ໄດ້ເປັນປະທານຮ່ວມການສົນທະນາປຶກສາຫາລືນະໂຍບາຍປ້ອງກັນຊາດ ຂັ້ນຮອງລັດຖະມົນຕີ ຄັ້ງທີ 13 ຕາມຮູບການທາງອອນລາຍ. 
ການ​ສົນ​ທະ​ນາ​ປ​ຶກ​ສາ​ຫາ​ລື​ກ່ຽວ​ກັບ​ນະ​ໂຍ​ບາຍ​ປ້ອງ​ກັນ​​ຊາດ ຄັ້ງ​ທີ 13 ຫວຽດ​ນາມ - ອິນ​ເດຍ - ảnh 1ການສົນທະນາປຶກສາຫາລືກ່ຽວກັບນະໂຍບາຍປ້ອງກັນຊາດ ຄັ້ງທີ 13 ຫວຽດນາມ - ອິນເດຍ ຖືກດຳເນີນຕາມຮູບການອອນລາຍ (ພາບ: TTXVN)

ຕອນບ່າຍວັນທີ 12 ມັງກອນ, ທ່ານພົນໂທ ຫງວຽນຈິວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານຄະນະເລຂາກະຊວງປ້ອງກັນປະເທດ ອິນເດຍ Ajay Kumar ໄດ້ເປັນປະທານຮ່ວມການສົນທະນາປຶກສາຫາລືນະໂຍບາຍປ້ອງກັນຊາດ ຂັ້ນຮອງລັດຖະມົນຕີ ຄັ້ງທີ 13 ຕາມຮູບການທາງອອນລາຍ. ສອງຝ່າຍໄດ້ເຫັນດີເປັນເອກະພາບ ສືບຕໍ່ຜັນຂະຫຍາຍບັນດາເນື້ອໃນຮ່ວມມືຢ່າງມີປະສິດທິຜົນ; ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນໃນທຸກຂັ້ນ, ບຳລຸງສ້າງພະນັກງານ ແລະ ການຮ່ວມມືລະຫວ່າງບັນດາເຫຼົ່າຮົບ, ຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ, ຮັກສາສັນຕິພາບ ສປຊ, ການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ.

        ກ່ອນໜ້ານັ້ນ, ທ່ານພົນໂທ ຫງວຽນຈິວິ້ງ ແລະ ອຸປະທູດຊົ່ວຄາວສະຖານທູດ ອິນເດຍ ປະຈຳ ຫວຽດນາມ ໄດ້ເຂົ້າຮ່ວມພິທີຕັດແຖບຜ້າເປີດສູນເຕັກໂນໂລຢີຂໍ້ມູນຂ່າວສານ - ພາສາຕ່າງປະເທດ, ສັງກັດ ມະຫາວິທະຍາໄລຂໍ້ມູນຕິດຕໍ່ສື່ສານ


ຕອບກັບ

ຂ່າວ/ບົດ​ອື່ນ