ການສູ້ຮົບຢູ່ຕາເວັນອອກກາງ ສືບຕໍ່ເຄັ່ງຕຶງ

(VOVWORLD) -   ແລະກໍ່ໃນຕອນຄ່ຳວັນດຽວກັນ, ການສະໜອງນ້ຳໃຊ້ໃຫ້ເຂດກາຊາ ຖືກຕັດສົມບູນ. ກ່ອນໜ້ານັ້ນ, ອຳນາດການປົກຄອງ ອິດສະຣາແອນ ໄດ້ຕັດການສະໜອງໄຟຟ້າ, ພ້ອມທັງປິດລ້ອມບັນດາທາງເຂົ້າ - ອອກເຂດດິນແດນແຫ່ງນີ້.
ການສູ້ຮົບຢູ່ຕາເວັນອອກກາງ ສືບຕໍ່ເຄັ່ງຕຶງ - ảnh 1ປະຊາຊົນ ປາແລດສະຕິນ (ພາບ: Skynew)

 

      ໂດຍບໍ່ຫົວຊາຕໍ່ບັນດາຄຳຮຽກຮ້ອງຢຸດຍິງຂອງປະຊາຄົມສາກົນ, ການສູ້ຮົບສືບຕໍ່ເພີ່ມຂຶ້ນລະຫວ່າງກອງທັບ ອິດສະຣາແອນ ແລະ ຂະບວນການ ຮາມາດ ຢູ່ເຂດ ກາຊາ ແລະ ເຂດ ອິດສະຣາແອນ ໃຕ້.

        ຕອນບ່າຍວັນທີ 9 ຕຸລາ, ກອງທັບ ອິດສະຣາແອນ ປະກາດວ່າໄດ້ຄວບຄຸມສະພາບການຢູ່ຫຼາຍເຂດຊຸມຊົນຢູ່ເຂດດິນແດນທາງທິດໃຕ້ ໃກ້ກັບເຂດກາຊາ. ທ່ານ Daniel Hagari, ໂຄສົກຂອງກອງທັບ ກໍ່ໃຫ້ຮູ້ວ່າ ອິດສະຣາແອນ ໄດ້ຍົກຍ້າຍປະຊາຊົນຢູ່ເຂດໃກ້ກັບຊາຍແດນເຂດ ກາຊາ ໄປເຖິງບ່ອນປອດໄພ.

        ພ້ອມກັນນັ້ນ, ຕອນບ່າຍວັນທີ 9 ຕຸລາ, ກອງທັບອາກາດ ອິດສະຣາແອນ ກໍ່ສືບຕໍ່ດຳເນີນການບຸກໂຈມຕີເລັ່ງໃສ່ບັນດາເປົ້າໝາຍຂອງ ຮາມາດ, ຜັນຂະຫຍາຍກອງທະຫານພ້ອມກັບລົດຖັງ, ລົດຫຸ້ມເກາະນັບສິບຄັນ ແລະ ປື່ນໃຫຍ່ … ຢູ່ລຽບຕາມເຂດຊາຍແດນ ກາຊາ.

        ແລະກໍ່ໃນຕອນຄ່ຳວັນດຽວກັນ, ການສະໜອງນ້ຳໃຊ້ໃຫ້ເຂດກາຊາ ຖືກຕັດສົມບູນ. ກ່ອນໜ້ານັ້ນ, ອຳນາດການປົກຄອງ ອິດສະຣາແອນ ໄດ້ຕັດການສະໜອງໄຟຟ້າ, ພ້ອມທັງປິດລ້ອມບັນດາທາງເຂົ້າ - ອອກເຂດດິນແດນແຫ່ງນີ້. ໃນບົດປາໄສໃນຕອນຄ່ຳວັນທີ 9 ຕຸລາ, ທ່ານປະທານາທິບໍດີ  ປາແລດສະຕິນ Mahmoud Abbas ໄດ້ຮຽກຮ້ອງໃຫ້ ສປຊ ແລະ ປະຊາຄົມສາກົນ ມີການກະທຳໃນທັນທີ ເພື່ອແນໃສ່ສະກັດກັ້ນວິນາດສະກຳດ້ານມະນຸດສະທຳທີ່ຮ້າຍແຮງເຊິ່ງອາດຈະເກີດຂຶ້ນກັບຊາວ ປາແລດສະຕິນ ຢູ່ເຂດ ກາຊາ.

        ໃນຂະນະນັ້ນ, ຢູ່ເຂດຊາຍແດນທິດເໜືອ ອິດສະຣາແອນ ຕິດກັບ ລີບັງ, ຄວາມເຄັ່ງຕຶງກໍ່ພວມເພີ່ມຂຶ້ນ. ການນຳຂອງຂະບວນການອິດສະລາມ ປະກອບອາວຸດ Hezbollah ຢູ່ ລີບັງ ປະກາດວ່າ ກຳລັງນີ້ກຽມພ້ອມເປີດສະໜາມຮົບບຸກໂຈມຕີຕ້ານ ອິດສະຣາແອນ ຖ້າຫາກວ່າ ກອງທັບ ອິດສະຣາແອນ “ມີການກະທຳບຸກໂຈມຕີທີ່ເກີນກຳນົດ”.

        ວັນທີ 9 ຕຸລາ, ປະຊາຄົມສາກົນ, ໃນນັ້ນມີທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ຮຽກຮ້ອງຢຸດຕິການປະທະກັນລະຫວ່າງບັນດາກຳລັງດ້ານຄວາມໝັ້ນຄົງລະຫວ່າງ ອິດສະຣາແອນ ແລະ ຂະບວນການອິດສະລາມ ຮາມາດ. ທ່ານປະທານາທິບໍດີ ອີຢີບ Abdel-Fattah al-Sisi ແລະ ຄູ່ຕຳແໜ່ງຂອງສະຫະລັດ ອາຣັບ ເອມີເລດ Sheikh Mohamed bin Zayed Al Nahyan ໄດ້ໂອ້ລົມທາງໂທລະສັບໃນວັນທີ 9 ຕຸລາ ເພື່ອຊຸກຍູ້ບັນດາຄວາມມານະພະຍາຍາມທາງການທູດ ເພື່ອສະກັດກັ້ນການໃຊ້ຄວາມຮຸນແຮງເພີ່ມຂຶ້ນ. ແລະກໍ່ໃນວັນດຽວກັນ, ທ່ານ Janez Lenarcic, ຄະນະກຳມະການ ເອີລົບ ຮັບຜິດຊອບການຄຸ້ມຄອງວິກິດການ ກໍ່ໄດ້ຢັ້ງຢືນການອຸປະຖຳມະນຸດສະທຳຂອງ ສະຫະພາບ ເອີລົບ (EU) ໃຫ້ແກ່ຊາວ ປາແລດສະຕິນ ຈະສືບຕໍ່ໄດ້ດຳເນີນ. ໃນຂະນະນັ້ນ, ຫຼາຍປະເທດກໍ່ສືບຕໍ່ຍົກຍ້າຍພົນລະເມືອງຂອງປະເທດຕົນອອກຈາກເຂດກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ