ການສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍພາກໃຕ້ຢ່າງສົມບູນ,ໂຮມປະເທດຊາດເປັນເອກະພາບຢູ່ທ້ອງຖິ່ນຕ່າງໆ

ການສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍພາກໃຕ້ຢ່າງສົມບູນ,ໂຮມປະເທດຊາດເປັນເອກະພາບຢູ່ທ້ອງຖິ່ນຕ່າງໆ - ảnh 1
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ມອບ​ຂອງ​ຂວັນ​ໃຫ້
​ບັນ​ດາ​ນັກ​ປະ​ຕິ​ວັດ​ຜູ້​ອາ​ວຸ​ໂສ​ແຂວງ ຊອກ​ຈັງ

(vovworld) – ​​ຕອນ​ເຊົ້າ​ວັນ​ທີ 28/4, ຄະ​ນະ​ພັກ​ແຂວງ ວີ້ງ​ລອງ ໄດ້​ຈັດ​ຕັ້ງ​ພິ​ທີໂຮມ​ຊຸມ​ນຸມ​ມິດ​ຕິງ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ (30/4/1975 – 30/4/2015). ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕີ​ລາ​ຄາ​ສູງ​ຄວາມ​ສາ​ມັກ​ຄີ​​ເປັນຈິດ​ໜຶ່ງ​ໃຈ​ດຽວ​​ມາ​ນະ​ພະ​ຍາ​ຍາມ​ສຸ​ຊົນ​ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ​ຂອງ​ແຂວງ​ໃນ​ການ​ຮຳ​ບາດ​ແຜ​ສົງ​ຄາ​ມ​ເພື່ອ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ, ກໍ່​ສ້າງ​ແຂວງ ວີ້ງ​ລອງ​ໃຫ້​ນັບ​ມື້​ນັບ​ຮັ່ງ​ມີ, ສວຍ​ງາມ. ກ່ອນ​ໜ້ານັ້ນ, ຕອນ​ຄ່ຳ​ວັນ​ທີ 27/4, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໂຮມ​ຊຸມ​ນຸມ​ມິດ​ຕິງ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ຢູ່​ນະ​ຄອນ ຊອກ​ຈັງ, ແຂວງ ຊອກ​ຈັງ.

        ແລ​ະ​ກ​ໍ່​ໃນ​ຕອນ​ຄຳ​່​ວັນ​ທີ 27/4, ແຂວງ ດົ່ງ​ນາຍ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ. ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ຢັ້ງ​ຢືນ​ວ່າ: 40 ປີ​ຜ່ານ​ມາ, ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ, ກອງ​ທັບ ແລະ ປະ​ຊາ​ຊົນ​ແຂວງ ດົ່ງ​ນາຍ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່ຫຼວງ, ຊີ​ວິດ​ທາງ​ດ້ານ​ວັດ​ຖຸ, ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ມີ​ການ​ຫັນ​ປ່ຽນ​ຢ່າງ​ເຫັນ​ໄດ້​ຊັດ.

        ຕ​ອນ​ຄ່ຳ​ວັນ​ທີ 27/4, ເມື່ອ​ເຂົ້າ​ຮ່ວມ ພິ​ທີ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ (30/4/1975 – 30/4/2015), ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ​ແຂວງ ເບ໋ນ​ແຈ ໃນ​ການ​ຕໍ່​ສູ້​ຕ້າ​ນ​ອາ​ເມ​ລິ​ກາ ກູ້​ຊາດ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ໃຫ້​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ກອງ​ທັບ, ປະ​ຊາ​ຊົນ​ແຂວງ ເບ໋ນ​ແຈ ເສີມ​ຂະ​ຫຍາຍ​ຜົນ​ງານ​ທີ່​ບັນ​ລຸ​ໄດ້​ໃນ​ການ​ຕໍ່​ຕ້ານ ກໍ່​ຄື 40 ປີ​ແຫ່ງການ​ສ້າງ​ສາ, ພັດ​ທະ​ນາ​ບ້ານ​ເກີດ​ເມືອງນອນ, ປະ​ກອບ​ສ່ວນ​ນຳ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ແຂວງ​ນັບ​ມື້​ນັບ​ພັດ​ທະ​ນາ.


ຂ່າວ/ບົດ​ອື່ນ