ການຮ່ວມມືດ້ານການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດແມ່ນບຸລິມະສິດແຖວໜ້າໃນການພົວພັນ ຫວຽດນາມ - ລາວ

(VOVWORLD) -2 ຝ່າຍກໍ່ໄດ້ເຊັນຂໍ້ຕົກລົງຮ່ວມມືບຳລຸງສ້າງໄລຍະ 2022 – 2027, ໃນນັ້ນ, ຈະຊຸກຍູ້ການຮ່ວມມືບຳລຸງສ້າງອາຊີບຢູ່ທຸກຂັ້ນ, ຈາກສູນກາງລົງຮອດຂັ້ນທ້ອງຖິ່ນ.
ການຮ່ວມມືດ້ານການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດແມ່ນບຸລິມະສິດແຖວໜ້າໃນການພົວພັນ ຫວຽດນາມ - ລາວ - ảnh 1(ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ)

ເມື່ອຕອບສຳພາດຕໍ່ນັກຂ່າວ VOV ປະຈຳ ລາວ ຫວ່າງມໍ່ໆມານີ້, ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ, ໃຫ້ຮູ້ວ່າ: ຍາມໃດ ລັດຖະບານ 2 ປະເທດ ລາວ ແລະ ຫວຽດນາມ ກໍ່ຖືເປັນສຳຄັນ, ສະຫງວນບຸລິມະສິດແຖວໜ້າໃຫ້ແກ່ຂົງເຂດຮ່ວມມືດ້ານການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ. ປີ 2022, ລັດຖະບານ ຫວຽດນາມ ໄດ້ສະໜອງທຶນການສຶກສາ 1.100 ທຶນໃຫ້ແກ່ພະນັກງານ, ນັກຮຽນ, ນັກສຶກສາ ລາວ ມາຮ່ຳຮຽນຢູ່ ຫວຽດນາມ ແລະ ລັດຖະບານ ລາວ ໄດ້ສະໜອງທຶນການສຶກສາ 60 ທຶນໃຫ້ແກ່ ຫວຽດນາມ. 2 ຝ່າຍກໍ່ໄດ້ເຊັນຂໍ້ຕົກລົງຮ່ວມມືບຳລຸງສ້າງໄລຍະ 2022 – 2027, ໃນນັ້ນ, ຈະຊຸກຍູ້ການຮ່ວມມືບຳລຸງສ້າງອາຊີບຢູ່ທຸກຂັ້ນ, ຈາກສູນກາງລົງຮອດຂັ້ນທ້ອງຖິ່ນ.

 

(ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ)

ຕອບກັບ

ຂ່າວ/ບົດ​ອື່ນ