ການຮ່ວມມືດ້ານເສດຖະກິດ ແລະ ວິທະຍາສາດເຕັກໂນໂລຢີແມ່ນເສົາຄ້ຳບຸລິມະສິດໃນການພົວພັນຫວຽດນາມ - ອິດສະຣາແອນ

(vovworld) – ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອນ Reuven Ruvi Rivlin ຢ້ຽມ​ຢາມ ຫວຽດ​ນາມ ໄດ້​ດຳ​ເນີນ​ຢ່າງ​ສົມ​ກຽດ​ໃນ​ຕອນ​ເຊົ້າ​ວັນ​ທີ 20/3 ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ. ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ຫວຽດນາມ ເຈີ່ນ​ດ້າຍກວາງ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Reuven Ruvi Rivlin ໄດ້​ພົບປະເຈ​ລະ​ຈາ, ແລກ​ປ່ຽນຫຼາຍ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຮ່ວມ​ມື 2 ຝ່າຍ, ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ການຮ່ວມມືດ້ານເສດຖະກິດ ແລະ ວິທະຍາສາດເຕັກໂນໂລຢີແມ່ນເສົາຄ້ຳບຸລິມະສິດໃນການພົວພັນຫວຽດນາມ - ອິດສະຣາແອນ - ảnh 1
ການ​ເຈ​ລະ​ຈາ​ລະ​ຫວ່າງ 2 ຝ່າຍ

        ທີ່​ການ​ພົບປະເຈ​ລະ​ຈາ, ການ​ນຳ 2 ຝ່າຍ​ໄດ້​ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ເພີ່ມ​ທະ​ວີ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ນີ້​ກ່ວາອີກໃນ​ໄລ​ຍະ​ຈະ​ມາ​ເຖິງ, ພິ​ເສດ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ ແລະ ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອນ Reuven Ruvi Rivlin ເຫັນ​ດີ​ເປັນ​ເອ​ກະ​ພາບ​ຖື​ເສ​ດ​ຖະ​ກິດ ແມ່ນ​ຈຸດ​ສຸ​ມ ແລະ ນຳເອົາ​ວິ​ທະ​ຍາ​ສາດເຕັກ​ໂນ​ໂລຢ​ີ​ໃຫ້ກາຍເປັນເສົາ​ຄ້ຳ​ບຸ​ລິ​ມະ​ສິດ​ໃນ​ການ​ຮ່ວມ​ມື 2 ຝ່າຍ, ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕ້ອງ​ຂຸດ​ຄົ້ນ​ຄວ​າມ​ສາ​ມາດ​ບົ່ມ​ຊ້ອນ ແລະ ລັກ​ສະ​ນະ​ເພີ່ມເຕີ່ມ​​ຂອງ 2 ພື້ນ​ຖານ​ເສດ​ຖະ​ກິດ, ເຫັນ​ດີ​ວາງ​ຄາດ​ໝາຍ​ຍົກ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຂຶ້ນ​ເປັນ 3 ຕື້ USD ໃນ​ຊຸມ​ປີ​ຕໍ່​ໄປ.

        ກ່ຽວ​ກັບ​ທາງ​ດ້ານ​ການ​ເມືອງ, 2 ຝ່າຍ​ເຫັນ​ດີ​ຕ້ອງ​ເພີ່ມ​ທະ​ວີ​ການ​ພົບ​ປະ​ທຸກ​ຂັ້ນ, ສົ່ງ​ເສີ​ມ​ການ​ພົວ​ພັນ​ຮ່ວມ​ມື​ໂດຍ​ກົງ​ລະ​ຫວ່າງ​ບັນ​ດ​າ​ທ້ອງ​ຖິ່ນ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ບັນ​ດາ​ກົນ​ໄກ​ຮ່ວມ​ມື 2 ຝ່າຍ​ຄື​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ, ທາບ​ທາມ​ຄວາມ​ເຫັນ​ດ້ານ​ການ​ເມືອງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​…

        2 ຝ່າຍກໍ່​ແລກ​ປ່ຽນ​ຄຳ​ເຫັນ​ກ່ຽວ​ກັບບັນຫາ​ທະ​ເລ​ຕາ​ເວັນ​ອອກ, ພາກພື້ນຕາ​ເວັນ​ອອກ​ກາງ ກໍ່​ຄື​ບັນ​ດາ​ບັນ​ຫາ​ສາ​ກົນ, ເນັ້ນ​ໜັກ​ເຖິງການ​ຮ່ວມ​ມື​ມີ​ບົດ​ບາດ​ສຳ​ຄັນ ແລະ ແມ່ນ​ທ່າ​ອ່ຽງ​ເພື່ອ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ໂລກ.

ການຮ່ວມມືດ້ານເສດຖະກິດ ແລະ ວິທະຍາສາດເຕັກໂນໂລຢີແມ່ນເສົາຄ້ຳບຸລິມະສິດໃນການພົວພັນຫວຽດນາມ - ອິດສະຣາແອນ - ảnh 2
ການ​ປະ​ຊຸມ​ຂ່າວ​ຮ່ວມ ພາຍຫຼັງ​ການ​ເຈ​ລະ​ຈາ

        ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ຮ່ວມ​ພາຍຫຼັງ​ການ​ພົບປະເຈ​ລະ​ຈາ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ຢັ້ງ​ຢືນ​ວ່າ: ການ​ເຈ​ລະ​ຈາ​ລະ​ຫວ່າງ​ທ່ານ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອນ Reuven Ruvi Rivlin ປະ​ສົບ​ຜົນ​ສຳ​ເລັດ:

“ທ່ານ​ປະ​ທາ​ນາ​ທິບ​ໍ​ດີ ແລະ ຂ​້າ​ພະ​ເຈົ້າ​ໄດ້​ແລ​ກ​ປ່ຽນ​​ຢ່າງຮອບ​ດ້ານ​ບັນດາ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ ແລະ ບັນ​ລຸ​ໄດ້​ຄວາມ​ຮັບ​ຮູ້​ລວມ​ສຳ​ຄັນ​ກ່ຽວ​ກັບ​ບັນ​ດາ​ທິດ​ທາງ, ມາດ​ຕະ​ການ​ເພື່ອ​ນຳ​ການ​ພົວ​ພັນ​ 2 ປະເທດກ້າວ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິ​ດ​ທິ​ຜົນ. ພວກ​ຂ້າ​ພະ​ເຈົ້າ​ຊົມ​ເຊີຍ​ຄ​ະ​ນະ​ຜູ້​ແທນ​ຂັ້ນ​ສູງ ອິດ​ສະ​ຣ​າ​ແອນ ພ້ອມ​ກັບ​ວິ​ສາ​ຫະ​ກິດ 30 ແຫ່ງຕິດຕາມທ່ານ​ປະ​ທາ​ນາ​ທິບ​ໍ​ດີ ມາຢ້ຽມ​ຢາມ ຫວຽດ​ນາມ, ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ຫວຽດ​ນາມ - ອິດ​ສະ​ຣາ​ແອນ ຢູ່ ຮ່າ​ໂນ້ຍ ແລະ ນະ​ຄອນ ໂຮ່​ຈ​ີ​ມິນ. ຫວັງ​ວ່າ, ​ເນື້ອ​ໃນ​ຮ່ວມ​ມື​ຫລາຍຢ່າງຈະ​ໄດ້ຮັບການຕົກລົງຈາກ​ບັນ​ດາ​ຄູ່​ຮ່ວມ​ມື 2 ຝ່າຍ​ ພາຍຫຼັງ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້.”

        ສ່ວນທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອນ Reuven Ruvi Rivlin ເນັ້ນ​ໜັກ​ວ່າ:

“ພວກ​ຂ້າ​ພະ​ເຈົ້າ​ມາຢ້ຽມຢາມແມ່ນເພື່ອ​ເພີ່ມ​ທະ​ວີ​ການ​ມີ​ໜ້າ ແລະ ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ຮ່ວມ​ມື​ໃໝ່​ໃນ​ບັນ​ດາ​ຂົງ​ເຂດ, ພິ​ເສດ​ແມ່ນ​ຂົງ​ເຂດ​ກະ​ສິ​ກຳ, ເຕັກ​ໂນ​ໂລ​ຢີ​ສູງ, ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ… ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ພວກ​ເຮົາ​ຄວນສຳເລັດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລ​ີ​ ເມື່ອ​ລົງ​ນາມ​ໂດຍ​ໄວ, ​ເປີດ​​ແງ່​ຫວັງ​​ການ​ຮ່ວມ​ມື​ໃໝ່. ພວກ​ຂ້າ​ພະ​ເຈົ້າ​​ບໍ່​ພຽ​ງ​ແຕ່ເອົາ​ໃຈ​ໃສ່​ເຖິງການ​ຮ່ວມ​ມື​ດ້ານການ​ຄ້າ​ເທົ່າ​ນັ້ນ ຫາກ​ຍັງ​ຢາກ​ສ້າງ​ການ​ພົວ​ພັນ 2 ຝ່າຍ​ບົນ​ຈິດ​ໃຈ​ມິດ​ຕະ​ພາບ, ເພີ່ມ​ທະ​ວີ​ ເປີດ​ກ້​ວາງ​ການ​ພົວ​ພັນ​ນັ້ນ.”


ຂ່າວ/ບົດ​ອື່ນ