ການຮ່ວມມືລະຫວ່າງ Tochigi ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ ຈະກາຍເປັນຈຸດເດັ່ນໃໝ່

(VOVWORLD) - ນີ້ແມ່ນການຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເມື່ອຕ້ອນຮັບທ່ານ Tomikazu Fukuda, ຜູ້ວ່າການແຂວງ Tochigi, ຍີ່ປຸ່ນ, ໃນຕອນບ່າຍວັນທີ 21 ທັນວາ, ທີ່ສຳນັກງານລັດຖະບານ.
ການຮ່ວມມືລະຫວ່າງ Tochigi ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ ຈະກາຍເປັນຈຸດເດັ່ນໃໝ່ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານ Tomikazu Fukuda, ຜູ້ວ່າການແຂວງ Tochigi
(ພາບ:Dương Giang/TTXVN)

ການຮ່ວມມືລະຫວ່າງ ແຂວງ Tochigi ແລະ ແຂວງຕ່າງໆຂອງ ຫວຽດນາມ ຈະກາຍເປັນຈຸດເດັ່ນໃໝ່ ແລະ ແມ່ນແບບຢ່າງໃນການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກ້ວາງຂວາງ ຫວຽດນາມ - ຍີ່ປຸ່ນ. ນີ້ແມ່ນການຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເມື່ອຕ້ອນຮັບທ່ານ Tomikazu Fukuda, ຜູ້ວ່າການແຂວງ Tochigi, ຍີ່ປຸ່ນ, ໃນຕອນບ່າຍວັນທີ 21 ທັນວາ, ທີ່ສຳນັກງານລັດຖະບານ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ: ແຂວງ Tochigi ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ ມີຫຼາຍທ່າແຮງອາດຈະເພີ່ມເຕີມໃຫ້ກັນ, ຄວາມສາມາດບົ່ມຊ້ອນໃນການຮ່ວມມືບັງໃຫຍ່ຫຼວງ. ດັ່ງນັ້ນ, ອຳນາດການປົກຄອງແຂວງ Tochigi ແລະ ທ່ານຜູ້ວ່າການແຂວງ ຄວນສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນ, ການຄ້າລະຫວ່າງແຂວງ ແລະ ຫວຽດນາມ, ໃນນັ້ນ, ສົ່ງເສີມບັນດາວິສາຫະກິດລົງທຶນເຂົ້າ ຫວຽດນາມ ກ່ວາອີກ ໃນບັນດາຂົງເຂດແຂວງທີ່ມີທ່າແຮງ, ຄື: ຜະລິດອຸປະກອນການແພດ, ປຸງແຕ່ງປະດິດຄິດສ້າງ, ກະສິກຳ, ການທ່ອງທ່ຽວ…

        ສ່ວນທ່ານ Tomikazu Fukuda, ຜູ້ວ່າການແຂວງ Tochigi  ໃຫ້ຮູ້ວ່າ: ໃນການຢ້ຽມຢາມຄັ້ງນີ້, ທ່ານໄດ້ລົງນາມໃນບົດບັນທຶກຮ່ວມມື ກັບກະຊວງແຜນການ ແລະ ການລົງທຶນ, ຢ້ຽມຢາມ, ເຮັດວຽກຢູ່ແຂວງ ຫວີງຟຸກ ເພື່ອຜັນຂະຫຍາຍບົດບັນທຶກຊ່ວຍຈຳຮ່ວມມືກັບແຂວງ ຫວີງຟຸກ; ບາງວິສາຫະກິດຊອກຮູ້ການລົງທຶນ ເຂົ້າໃນເຂດອຸດສາຫະກຳແຂວງ ຫວີງຟຸກ ແລະ ສອງຝ່າຍຈະຊຸກຍູ້ການຮ່ວມມືໃນບັນດາການເຄື່ອນໄຫວວັດທະນະທຳ, ກິລາ, ການທ່ອງທ່ຽວ, ການພົວພັນແລກປ່ຽນປະຊາຊົນ…

ຕອບກັບ

ຂ່າວ/ບົດ​ອື່ນ