ການ​ຮ່ວມ​ມືລະ​ຫວ່າງ​ແຂວງ​ອຽນ​ບາຍ ​ ກັບ​ແຂວງ​ວຽງ​ຈັນ ​ແລະ ໄຊ​ຍະ​ບູລີ

ການ​ຮ່ວມ​ມືລະ​ຫວ່າງ​ແຂວງ​ອຽນ​ບາຍ ​ ກັບ​ແຂວງ​ວຽງ​ຈັນ ​ແລະ ໄຊ​ຍະ​ບູລີ - ảnh 1
ການ​ເຮັດ​ວຽກ​ລະຫວ່າງ​ການ​ນຳ​ຂອງ 3 ​ແຂວງ
(ພາບ:baoyenbai.com.vn)

( vovworld ) –  ​ຕາມ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ແຂວງ​ອຽນ​ບາຍ ຂອງ​ຫວຽດນາມ​ແລະ ສອງ​ແຂວງຂອງ​ລາວ​ຄື​ແຂວງ​ວຽງ​ຈັນ ​ແລະ ​ໄຊຍະ​ບູລີ​ , ​ໃນ​ການ​ເຮັດ​ວຽກ​ລະຫວ່າງ​ການ​ນຳ​ຂອງ 3 ​ແຂວງ​ເມື່ອ​ວັນ​ທີ 11/6, ​ແຂວງ​ອຽນ​ບາຍ ຈະ​ໜູນ​ຊ່ວຍ​ຈຳນວນ​ເງິນ​ເກືອບ 1 ຕື້​ດົ່ງ​ໃຫ້​ແກ່​ໂຄງການ​ຮ່ວມ​ມື​ລະຫວ່າງ​ແຂວງ​ອຽນ​ບາຍ ​ກັບ ແຂວງ​ວຽງ​ຈັນ ​ແລະ ​ໄຊຍະ​ບູລີ​. ຈຳນວນ​ເງິນ​ດັ່ງກ່າວ​​ແມ່ນເພື່ອ​ຊື້​ເຄື່ອງ​ວັດຖຸ​ອຸປະກອນການ​ຮ່ຳຮຽນ​ໃຫ້​ແກ່​ນັກຮຽນ​ໂຮງຮຽນ​ກິນນອນ​ຊົນ​ເຜົ່າ​ແຂວງ​ວຽງ​ຈັນ ​ແລະ ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ເພື່ອ​ກໍ່ສ້າງ​ໂຮງໝໍ​ຢູ່​ແຂວງ​ໄຊ​ຍະ​ບູລີ. ພ້ອມ​ກັນນັ້ນ, ​ແຂວງອຽນ​ບາຍ​ ຍັງ​ສືບ​ຕໍ່​ບຳລຸງ​ສ້າງ​​ນັກຮຽນ​ປະມານ 70 ຄົນຂອງສອງ​ແຂວງ​ດັ່ງກ່າວ ​ມາ​ຮຽນ​ພາສາ​ຫວຽດ ຢູ່​ແຂວງ​ອຽນ​ບາຍ. ທາງ​ແຂວງ​ກໍ່​ຈະ​ສົ່ງ​ພະນັກງານ ຄູ​ອາຈານ​ໄປ​ຮຽນ​ພາສາ​ລາວ ​ແລະ ສອນ​ພາສາ​ຫວຽດ ​ໃຫ້​ແກ່​ພະນັກງານ, ນັກຮຽນ​ຂອງ​ແຂວງ​ວຽງ​ຈັນ ກໍ່​ຄື​ຮັບ​ພະນັກງານ​ໄປ​ຝຶກ​ອົບຮົມ, ​ແລກປ່ຽນ​ບົດຮຽນ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ, ຫຼັກ​ອະນາ​ໄມ​ດ້ານສະບຽງ​ອາຫານ ​ແລະ ຊັບ​ພະຍານ​ກອນ​ສິ່ງ​ແວດ​ລ້ອມ.

 

 

 

 

 

 

ຂ່າວ/ບົດ​ອື່ນ