ການຮ່ວມມືສະພາແຫ່ງຊາດຈະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສິງຄະໂປ

ການຮ່ວມມືສະພາແຫ່ງຊາດຈະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສິງຄະໂປ - ảnh 1
(ທ່ານປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ)

(vovworld) - ຕອນ​ບ່າຍ​ວັນ​ທີ 2/4, ຢູ່່ສຳນັກງານ​ປະທານ​ປະ​ເທດ, ທ່ານປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Halimah Yacob, ປະທານ​ສະພາ​ແຫ່ງ​ຊາດ​ສິງກະ​ໂປ ​ແລະ ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ສິງກະ​ໂປ​ທີ່​ພວມ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທີ່​ການ​ຕ້ອນຮັບ, ທ່ານ ປະທານ​ປະ​ເທດ​ເຈືອງ​ເຕິ໋ນຊາງ ​ເນັ້ນ​ໜັກ​ວ່າ, ຫວຽດນາມ​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ສິງກະ​ໂປ ກໍ່​ຄື​ຕີ​ລາຄາ​ສູງ​ບົດບາດ​ຂອງ​ສິງກະ​ໂປ​ໃນ​ອາຊຽນ ​ແລະ ການ​ຮ່ວມ​ມື​ທີ່​ນັບ​ມື້​ນັບແໜ້​ນ​ແຟ້ນລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ສອງ​ປະ​ເທດ ກໍ່​ຄື​ກັບ​ປະຊາ​ຄົມ​ອາ​ຊຽນ. ທ່ານ​ປະທານ​ສະ​ເໜີ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ການ​ເມືອງ, ຜ່ານ​ການ​ຢ້ຽມຢາມ​ຂັ້ນ​ສູງ, ການ​ຮ່ວມ​ມື ​ແລະ ​ແບ່ງປັນ​ບົດຮຽນ​ກັບ​ຫວຽດນາມ​ໃນ​ຂົງ​ເຂດ​ການ​ເງິນ, ການ​ຄ້າ ​ແລະ ການ​ສຶກສາ. ສ່ວນ​ ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ​ສິງ​ກະ​ໂປ Halimah Yacob ກໍ່​ສະ​ເໜີ​ສອງ​ຝ່າຍ​ສືບ​ຕໍ່​ເຮັດ​ໃຫ້ການ​ພົວພັນ​ສອງ​ຝ່າຍ​ເລິກ​ເຊິ່ງກວ່າ​ອີກ, ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​​ເລື່ອງ​ສ້າງ​ຕັ້ງ​ປະຊາ​ຄົມ​​ເສດຖະກິດອາ​ຊຽນ.

ຂ່າວ/ບົດ​ອື່ນ