ການຮ່ວມມືສະພາແຫ່ງຊາດຊຸກຍູ້ການເຊື່ອມຕໍ່ 3 ພື້ນຖານເສດຖະກິດ ກຳປູເຈຍ - ລາວ - ຫວຽດນາມ

(VOVWORLD) - ຄະນະຜູ້ແທນ ຫວຽດນາມ ໄດ້ສະເໜີໃຫ້ລັດຖະສະພາ 3 ປະເທດຄວນເພີ່ມທະວີ ການສົມທົບກັນ; ສືບຕໍ່ຈັດບັນດາກອງປະຊຸມສຸດຍອດຂອງສະພາແຫ່ງຊາດ 3 ປະເທດ ຕາມກົນໄກປະຈຳໄລຍະ
ການຮ່ວມມືສະພາແຫ່ງຊາດຊຸກຍູ້ການເຊື່ອມຕໍ່ 3 ພື້ນຖານເສດຖະກິດ ກຳປູເຈຍ - ລາວ - ຫວຽດນາມ - ảnh 1ກອງປະຊຸມກ່ຽວກັບການຮ່ວມມືເສດຖະກິດ ແລະ ວັດທະນະທຳ, ສັງຄົມ CLV
(ພາບ:VOV)

ຕອນບ່າຍວັນທີ 5 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ໃນຂອບເຂດກອງປະຊຸມ ສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 1, ໄດ້ຈັດກອງປະຊຸມກ່ຽວກັບການຮ່ວມມືເສດຖະກິດ ແລະ ວັດທະນະທຳ, ສັງຄົມດ້ວຍຫົວ ຂໍ້ “ເພີ່ມທະວີການຮ່ວມມືສະພາແຫ່ງຊາດ ໃນການຊຸກຍູ້ການເຊື່ອມຕໍ່ບັນດາພື້ນຖານເສດ ຖະກິດ ກຳປູເຈຍ - ລາວ - ຫວຽດນາມ ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ ແລະ ກວມລວມ”. ບັນດາຄຳເຫັນທີ່ກອງປະຊຸມໄດ້ເນັ້ນໜັກຈາກການຜັນຂະຫຍາຍຂໍ້ ລິເລີ່ມສ້າງເຂດສາມຫຼ່ຽມພັດທະນາ CLV ນັບແຕ່ປີ 1999 ມາຮອດປະຈຸບັນ, 3 ປະເທດໄດ້ລົງນາມຫຼາຍຂໍ້ຕົກລົງຮ່ວມມືສຳຄັນຫຼາຍສະບັບທີ່ກ່ຽວຂ້ອງເຖິງຫຼາຍຂົງເຂດ, ຄື: ເສດຖະກິດ, ການລົງທຶນ, ການຄ້າ, ພາສີ, ຄົມມະນາຄົມຂົນສົ່ງ, ວັດທະນະທຳ, ການສຶກສາ ແລະ ບຳລຸງສ້າງ, ສ້າງຄວາມສະດວກໃຫ້ການຈໍລະຈອນສິນຄ້າ, ການໄປມາຂອງປະຊາຊົນ ແລະ ຍານພະຫະນະຜ່ານຊາຍແດນ... ພ້ອມກັນນັ້ນ, ສະພາແຫ່ງຊາດ 3 ປະເທດໄດ້ ມານະພະຍາຍາມສ້າງລະບົບກົດໝາຍ, ກົນໄກນະໂຍບາຍໃຫ້ສົມບູນແບບ ເພື່ອແນໃສ່ຮັບປະ ກັນຂອບນິຕິກຳຄົບຖ້ວນ ເພື່ອຊຸກຍູ້ການເຊື່ອມຕໍ່ບັນດາພື້ນຖານເສດຖະກິດ.

        ຄະນະຜູ້ແທນ ຫວຽດນາມ ໄດ້ສະເໜີໃຫ້ລັດຖະສະພາ 3 ປະເທດຄວນເພີ່ມທະວີ ການສົມທົບກັນ; ສືບຕໍ່ຈັດບັນດາກອງປະຊຸມສຸດຍອດຂອງສະພາແຫ່ງຊາດ 3 ປະເທດ ຕາມກົນໄກປະຈຳໄລຍະ; ຍົກສູງບົດບາດຂອງບັນດາສະມາຊິກສະພາແຫ່ງຊາດ, ພິເສດແມ່ນ ບັນດາແຂວງຊາຍແດນ ໃນເຂດ 3 ຫຼ່ຽມພັດທະນາ.

        ແລະກໍ່ໃນວັນດຽວກັນ, ກອງປະຊຸມດ້ວຍຫົວຂໍ້ “ເພ່ີມທະວີບົດບາດຕິຕາມກວດ ກາຂອງສະພາແຫ່ງຊາດ CLV ສຳລັບບັນດາວຽກງານປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບ ເພື່ອແນໃສ່ຮັບປະກັນສັນຕິພາບ, ສະຖຽນລະພາບ” ກໍ່ໄດ້ຖືກຈັດຕັ້ງຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ