ການຮ່ວມມືຫວຽດນາມ-ເຢຍລະມັນກ່ຽວກັບການແກ້ໄຂຜົນຮ້າຍຢ່ອນຫລັງຈາກລະເບີດຫລັງສົງຄາມ

ການຮ່ວມມືຫວຽດນາມ-ເຢຍລະມັນກ່ຽວກັບການແກ້ໄຂຜົນຮ້າຍຢ່ອນຫລັງຈາກລະເບີດຫລັງສົງຄາມ - ảnh 1
ເກັບກູ້ລະເບີດບໍ່ທັນແຕກຫລັງສົງຄາມ
ພາບ:internet


(vovworld)-​ໃນ​ຂອບ​ເຂດ​ການ​ປະຕິບັດ​ງານ​ຢູ່​ເຢຍລະ​ມັນ, ວັນ​ທີ 14/10, ຄະນະ​ຜູ້​​ແທນ​ອົງການ​ປະຈຳການ​ຄະນະ​ຊີ້​ນຳ​ແຫ່ງ​ລັດ​ກ່ຽວ​ກັບ​ໂຄງການ​ດຳ​ເນີນ​ງານ​ແຫ່ງ​ຊາດການ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ລະ​ເບີດ​ພາຍຫລັງ​ສົງຄາມ ​ໂດຍ​ພົນ​ໂທ ຫງວຽນ​ຈີ​ວີ້ງ, ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ຫົວຫນ້າ​ອົງການ​ ​ດັ່ງກ່າວນຳ​ຫນ້າ ​ໄດ້​ເຮັດ​ວຽກ​ກັບ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ​ເຢຍລະ​ມັນ. ທີ່​ການ​ເຮັດ​ວຽກກັບ​ຄະນະ​, ທ່ານ​ນາງ Ina Lepel ຫົວຫນ້າ​ກົມ​ ສປຊ ​ແລະ ບັນດາ​ບັນຫາ​ທົ່ວ​ໂລກ ຂຶ້ນ​ກັບ​ກະຊວງ​ການ​ຕ່າງປະ​ເທດ ​ເຢຍລະ​ມັນ ຢືນຢັນ​ວ່າ: ​ໃນ​ໄລຍະ​ຈະມາ​ເຖິງ, ​ເຢຍລະ​ມັນ ຈະ​ສືບ​ຕໍ່​ຫນູນ​ຊ່ວຍ​ໂຄງການ​​ເກັບ​ກູ້ທຳລາຍ​ລູກ​ລະ​ເບີດຢູ່​ຫວຽດນາມ ຊ່ື​ງ​ໄດ້​ຮັບ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​​ແຕ່​ປີ 1998. ພົນ​ໂທ ຫງວຽນ​ຈີ​ວີ້ງ ຕີ​ລາຄາ​ສູງ​ການ​ຫນູນ​ຊ່ວຍຈາກ​ຝ່າຍ​ເຢຍລະ​ມັນ ​ແລະ ປາດ​ຖະຫນາ​ວ່າ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຈະ​ເພີ່​ມທະວີ​ການ​ຮ່ວມມື​ຫລາຍ​ຂັ້ນ, ຫລາຍ​ຂະ​ແຫນງ ​ແລະ ​ເຮັດ​ໃຫ້​ເນື້ອ​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້​ໃຫ້​ສົມບູນ​ກວ່າ.

ຂ່າວ/ບົດ​ອື່ນ