ການ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ ຫວຽດ​ນາມ - ອັງ​ກິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) - ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບຫຼາຍບັນຫາຮ່ວມມືທີ່ແທດຈິງ, ລະອຽດຄື: ການທູດ, ພະລັງງານຜະລິດຄືນໃໝ່, ຜະລິດຕະພັນກະເສດ, ສະບຽງອາຫານ ແລະ ເຄື່ອງດື່ມ, ເຕັກໂນໂລຢີ ແລະ ເຕັກໂນໂລຢີການເງິນ
ການ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ ຫວຽດ​ນາມ - ອັງ​ກິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ດັ້ງຮ່ວາງອານ
(ພາບ: TTXVN)

ວັນທີ 25 ພຶດສະພາ, ຢູ່ລອນດອນ, ປະເທດອັງກິດ ໄດ້ດຳເນີນກອງປະຊຸມຄັ້ງທີ 12 ຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ຫວຽດນາມ (JETCO 12) ພາຍໃຕ້ການເປັນປະທານຂອງທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ດັ້ງຮ່ວາງອານ ແລະ ທ່ານລັດຖະມົນຕີກະຊວງນະໂຍບາຍການຄ້າ, ກະຊວງການຄ້າສາກົນ ອັງກິດ (DIT) Penny Mordaunt.

ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບຫຼາຍບັນຫາຮ່ວມມືທີ່ແທດຈິງ, ລະອຽດຄື: ການທູດ, ພະລັງງານຜະລິດຄືນໃໝ່, ຜະລິດຕະພັນກະເສດ, ສະບຽງອາຫານ ແລະ ເຄື່ອງດື່ມ, ເຕັກໂນໂລຢີ ແລະ ເຕັກໂນໂລຢີການເງິນ, ການເບິ່ງແຍງດູແລສຸຂະພາບ ແລະ ການຢາ, ການສຶກສາ, ອຸດສາຫະກຳ, ການຄຸ້ມຄອງຕະຫຼາດ ແລະ ປ້ອງກັນການຄ້າ.

ກ່ຽວກັບດ້ານການທູດ, ສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂ້ັນ, ມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ອັງກິດ (1973 - 2023). ກ່ຽວກັບພະລັງງານ, ສອງຝ່າຍຈະສົມທົບກັນຈັດຕັ້ງບັນດາກອງປະຊຸມ, ກອງປະຊຸມສຳມະນາກ່ຽວກັບມາດຕະການໜູນຊ່ວຍຫວຽດນາມ ຫັນປ່ຽນພະລັງງານເທື່ອລະກ້າວ ມຸ່ງໄປເຖິງເປົ້າໝາຍບັນລຸໄດ້ການປ່ອຍທາດກາກບອນລົງລະດັບ 0 ໃນປີ 2050.

        ກ່ຽບກັບຂະແໜງການແພດ ແລະ ການຢາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບຄວາມສາມາດຂອງຝ່າຍອັງກິດໃນການໜູນຊ່ວຍ, ຝຶກອົບຮົມ, ຍົກສູງກຳລັງຄວາມສາມາດໃຫ້ແກ່ ຫວຽດນາມ ໃນດ້ານວິຊາການກວດກາການຢາ, ສົ່ງເສີມວິສາຫະກິດອັງກິດຮ່ວມມືລົງທຶນຜະລິດການຢາ ແລະ ຖ່າຍທອດເຕັກໂນໂລຢີຢູ່ ຫວຽດນາມ.

        ກ່ຽວກັບດ້ານອຸດສາຫະກຳ, ສອງຝ່າຍຈະຮ່ວມມືກັນໃນຂົງເຂດເຕັກໂນໂລຢີສູງ, ປຸງແຕ່ງ, ປະດິດແຕ່ງ, ລະອຽດແມ່ນ: ດຶງດູດການລົງທຶນ, ຖ່າຍທອດເຕັກໂນໂລຢີຂອງວິສາຫະກິດອັງກິດ ທີ່ມາລົງທຶນຢູ່ຫວຽດນາມ; ຮ່ວມມືກັນບຳລຸງສ້າງ, ໃຫ້ຄຳປຶກສາປະຕິຮູບວິສາຫະກິດ ແລະ ຍົກສູງແຫຼ່ງຊັບພະຍາກອນມະນຸດມີຄວາມຮູ້ດ້ານເຕັກນິກສູງ ໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ