ການາດາ ເພື່ອທະວີການ ພົວພັນເສດຖະກິດກັບ ອາຊຽນ

ການາດາ ເພື່ອທະວີການ ພົວພັນເສດຖະກິດກັບ ອາຊຽນ - ảnh 1
(ພາບປະກອບ ຈາກ duongbo.vn)

(vovworld) – ວັນ​ທີ 20/8, ລັດຖະມົນຕີ​ການ​ຄ້າ​ສາກົນ ກາ​ນາ​ດາ ທ່ານ Ed Fast ​ເນັ້ນ​ໜັກ​ບົດບາດ​ຂອງ​ສະພາ​ດຳ​ເນີນ​ທຸລະ​ກິດ ກາ​ນາ​ດາ - ອາ​ຊຽນ (CABC) ​ໃນ​ການ​ຊຸກຍູ້​ບັນດາ​ການ​ພົວພັນ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ຝ່າຍ. ​ເຂົ້າ​ຮ່ວມ​ບັນດາ​ການ​ປະຊຸມ​ຢູ່​ນອກ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ ອາ​ຊຽນ ທີ່ນະຄອນຫຼວງ Bandar Seri Begawan, ​ແຫ່ງ​ປະ​ເທດ ບຣູ​ໄນ, ທ່ານ​ລັດຖະມົນຕີ Ed Fast ​​ເນັ້ນ​ໜັກ​ວ່າ: ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ພວມ​ສ້າງ​ກາລະ​ໂອກາດ​ໃຫຍ່​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ກາ​ນາ​ດາ ​ເພີ່ມ​ທະວີ​ການ​ສົ່ງ​ອອກ ​ແລະ CABC ພວມ​ຮ່ວມ​ມື​ກັບ​ພາກ​ລັດ ​ແລະ ​ເອກະ​ຊົນ​ເພື່ອ​ກຳນົດ​ບັນດາ​ກາລະ​ໂອກາດ​ກໍ່​ຄືໜູນ​ຊ່ວຍ​ບັນດາ​ບໍລິສັດ ກາ​ນາ​ດາ ດຳ​ເນີນ​ທຸລະ​ກິດ​ຢ່າງ​ສະດວກ​ສະບາຍ​ໃນ​​ພາກ​ພື້ນ ອາ​ຊຽນ. ທ່ານ​ລັດຖະມົນຕີ Ed Fast ກໍ່​ຢືນຢັນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງລັດຖະບານ ກາ​ນາ​ດາ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບັນດາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຂອງ​ກາ​ນາ​ດາ​ຢູ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ໃນ​ນັ້ນ​ມີ​ເລື່ອງ​ບັນດາ​ສະຖານ​ທູດ ​ແລະ ສະຖານກົງສູນ ກາ​ນາ​ດາ ຢູ່​ບັນດາ​ປະ​ເທດ ອາ​ຊຽນ ພ້ອມ​ແລ້ວ​ທີ່​ຈະ​ສະໜອງ​ບັນດາ​ບົດ​ລາຍ​ງານ​ໃໝ່, ​ເລິ​ກ​ເຊິ່ງກ່ຽວ​ກັບຂະ​ແໜງສະເພາະ, ກໍ່​ຄື​ບັນດາ​ຂໍ້​ມູນ​ຂ່າວ​ທີ່​ມີ​ຄຸ​ນຄ່າ​ກ່ຽວ​ກັບ​ຕະຫຼາດ ອາ​ຊຽນ ​ໃນ​ຫຼາຍ​ຂົງເຂດ.

 

ຂ່າວ/ບົດ​ອື່ນ