ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ Davos

(VOVWORLD) - ທ່ານ Klaus Schwab, ເຊື່ອໝັ້ນວ່າ, ຫວຽດນາມ ຈະແມ່ນໜຶ່ງໃນຈຳນວນ 20 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ.
ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ Davos - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານ Klaus Schwab, ຜູ້ຮ່ວມກໍ່ຕັ້ງ, ທັງເປັນປະທານ WEF
(ພາບ: TTXVN)

  ຕອນບ່າຍວັນທີ 16 ມັງກອນ (ຕາມເວລາທ້ອງຖິ່ນ), ຢູ່ Davos, ປະເທດ ສະວິດ, ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສເສດຖະກິດໂລກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີບັນດາການພົບປະກັບທ່ານ Klaus Schwab, ຜູ້ຮ່ວມກໍ່ຕັ້ງ, ທັງເປັນປະທານ WEF, ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck-soo, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky, ແລະ ທ່ານນາຍົກລັດຖະມົນຕີ ແບນຊິກ Alexander De Croo.

    ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານສາດສະດາຈານ Klaus Schwab, ຜູ້ຮ່ວມກໍ່ຕັ້ງ, ທັງເປັນປະທານ WEF, ໄດ້ຕີລາຄາສູງເລື່ອງ ຫວຽດນາມ ແມ່ນພື້ນຖານເສດຖະກິດພວມມີການປະຕິຮູບ ຢ່າງແຮງ, ສຸມໃສ່ບັນດາຂະແໜງເຕັກໂນໂລຊີສູງ, ການພັດທະນາສີຂຽວ… ທ່ານເຊື່ອໝັ້ນວ່າ, ຫວຽດນາມ ຈະແມ່ນໜຶ່ງໃນຈຳນວນ 20 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ.

        ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck-soo, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ສ.ເກົາຫຼີ ສືບຕໍ່ສ້າງເງື່ອນໄຂສະດວກກວ່າໃຫ້ບັນດາປະເພດສິນຄ້າທີ່ມີທ່າແຮງຂອງ ຫວຽດນາມ; ໜູນຊ່ວຍ ຫວຽດນາມ ພັດທະນາອຸດສາຫະກຳບັນເທິງ, ວັດທະນະທຳ ແລະ ແຟຊັນ.

  ທີ່ການພົບປະກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky, ການນຳ 2 ທ່ານໄດ້ເນັ້ນໜັກເຖິງ ຄວາມສຳຄັນຂອງການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ຢູແກຼນ. ທ່ານນາຍົກລັດຖະມົນຕີໄດ້ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນທຸກຝ່າຍປະທະກັນຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ສອດຄ່ອງກັບບັນດາຫຼັກການພື້ນຖານຂອງ ກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ.

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ Davos - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີ ແບນຊິກ Alexander De Croo
(ພາບ: TTXVN)

   ທີ່ການພົບປະກັບທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ແບນຊິກ Alexander De Croo, ນາຍົກລັດຖະມົນຕີ 2 ທ່ານໄດ້ສົ່ງເສີມບັນດາອົງການ ແລະ ວິສາຫະກິດຂອງ 2 ປະເທດ ສືບຕໍ່ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ຢ່າງຄົບຖ້ວນ, ບັນລຸປະສິດທິຜົນ; ສະເໜີໃຫ້ ແບນຊິກ ສຳເລັດວິວັດການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA); ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຫັນເປັນດີຈີຕອນ, ພະລັງງານທົດແທນ…

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ Davos - ảnh 3(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບການນຳກຸ່ມບໍລິສັດ Visa)

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບການນຳບາງກຸ່ມບໍລິສັດແຖວໜ້າໂລກ ໃນບັນດາຂົງເຂດເຕັກໂນໂລຊີ, ການຄ້າເອເລັກໂຕນິກ, ການເງິນ, ທ່ອງທ່ຽວ, ຄື: ກຸ່ມບໍລິສັດ Visa; ກຸ່ມບໍລິສັດ Amazon Web Services (AWS); ກຸ່ມບໍລິສັດTrip.com.

ຕອບກັບ

ຂ່າວ/ບົດ​ອື່ນ