ການເຄື່ອນໄຫວຂອງທ່ານປະທານປະເທດເຈືອງເຕິ໋ນຊາງຢູ່ສເຊັກໂກ

ການເຄື່ອນໄຫວຂອງທ່ານປະທານປະເທດເຈືອງເຕິ໋ນຊາງຢູ່ສເຊັກໂກ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ມີ​ການ​ພົບ​ປະກັບ​
​ພັກ​ກອມ​ມູນິດ​ເຊັກ​ໂກ​ໂມ​ຣາວາ

(vovworld) - ຕອນ​ເຊົ້າ​ວັນ​ທີ 12/5, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ມີ​ການ​ພົບ​ປະກັບ​ທ່ານ​ປະທານ​ພັກ​ກອມ​ມູນິດ​ເຊັກ​ໂກ​ໂມ​ຣາວາ, ທັງ​ເປັນ​ຮອງ​ປະທານ​ສະພາ​ຕຳ່ ເຊັກ​ໂກ Vojtech Filip, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ຕີ​ລາຄາ​ສູງ​​ເລື່ອງ​ ໃນ​ຖານະ​ເປັນຮອງ​ປະທານ​ສະພາ​ຕຳ່ ເຊັກ​ໂກ, ທ່ານ Vojtech Filip, ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ທີ່​ສຸດ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ. ທ່ານ​ປະທານ​ປະ​ເທດ​ຢືນຢັນ​ວ່າ, ການ​ຮ່ວມ​ມື​ຢ່າງ​ແໜ້​ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ລະຫວ່າງ​ສອງ​ອົງການ​ນິຕິບັນຍັດ ຈະ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ​ເຊັກ​ໂກ ​ໃນ​ຫຼາຍ​ຂົງ​ເຂດ.

ຕອນ​ບ່າຍ​ວັນ​ທີ 12/5, ທ່ານ​ປະທານ​ປະ​ເທດ​ໄດ້​ໄປ​ຢ້ຽມຢາມ​ແຂວງ Karlovy Vary, ທ່ານ​ປະທານ​ໄດ້​ເຮັດ​ວຽກ​ຜູ້​ວ່າການ​ແຂວງ, ​ເຈົ້າ​ຄອງ​ນະຄອນ ​ແລະ ຢ້ຽມຢາມ​ໂຮງງານ Moser Glas, ​ເຊິ່ງ​ແມ່ນ​ໂຮງງານຜະລິດ​ແກ້ວ​ທີ່​ມີ​ຊື່​ສຽງ​ຂອງ ສ ​ເຊັກ​ໂກ. ທ່ານ​ປະທານ​ສະ​ເໜີ​ການ​ນຳອຳນາດ​ກນປົກຄອງ​ແຂວງ, ນະຄອນ​ນີ້ ພິຈາລະນາ​ເລື່ອງ​ສ້າງການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ແຂວງ, ນະຄອນ​ຂອງ​ຫວຽດນາມ. ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ການ​ແບ່ງປັນ​ບົດຮຽນ​​ໃນ​ການ​ພັດທະນາ​ຕົວ​ເມືອງ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ແຂວງ​ກວາງ​ບິ່ງ ​ກັບແຂວງ Karlovy Vary. ທ່ານ​ປະທານ​ສະ​ແດງ​ຄວາມ​ຫວັງ​ວ່າ​ສອງ​ທ້ອງ​ຖີ່​ນນີ້​ ຈະ​ມີ​​ລາຍການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ໃນບັນດາ​ຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ມີ​ຜົນ​ປະ​ໂຫຍ​ດ, ພິ​ເສດ​ແມ່ນ​ໃນ​ການ​ຜະລິດ​ແກ້ວ, ​ເພາະວ່າ​ Karlovy Vary ​ແມ່ນ​ແຂວງ​ທີ່​ມີ​ຊື່​ສຽງ​ກ່ຽວ​ກັບ​ການ​ຜະລິດ​ແກ້ວ, ສ່ວນ​ແຂວງ​ກວາງ​ບິ່ງ ພັດ​ມີ​ທ່າ​ແຮງ​ກ່ຽວ​ກັບ​ປະລິມານ​ຂີ້​ຊາຍ​ຂາວ.


ຂ່າວ/ບົດ​ອື່ນ