ການ​ເຄື່ອນ​ໄຫວ​ຂອງ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ​ຢູ່ ແຂວງ ຊອກ​ຈັງ

(VOVWORLD) - ນີ້ແມ່ນໂຄງການໂດຍ ກະຊວງຕຳຫຼວດ ສົມທົບກັບແຂວງ ຊອກຈັງ ປະຕິບັດ ດ້ວຍ ຍອດງົບປະມານອົງການຈັດຕັ້ງ, ສ່ວນບຸກຄົນ ໃນສັງຄົມ ຊ່ວຍເຫຼືອ ກ່ວາ 60 ຕື້ ດົ່ງ (ເກືອບ 2,5 ລ້ານ USD). 
ການ​ເຄື່ອນ​ໄຫວ​ຂອງ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ​ຢູ່ ແຂວງ ຊອກ​ຈັງ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ມອບຂອງຂວັນໃຫ້ແກ່ຄອບຄົວທຸກຍາກ (ພາບ: VOV)

ຕອນເຊົ້າວັນທີ 1 ມັງກອນ, ຢູ່ເມືອງ ໝິຊວຽນ, ແຂວງ ຊອກຈັງ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມພິທີສະຫຼູບວຽກງານຂົນຂວາຍ, ໜູນຊ່ວຍການກໍ່ສ້າງເຮືອນ 1.200 ຫຼັງ ໃຫ້ແກ່ຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ກ່ຽວກັບດ້ານເຮືອນຢູ່ ໃນບໍລິເວນ ແຂວງ ຊອກຈັງ.

ນີ້ແມ່ນໂຄງການໂດຍ ກະຊວງຕຳຫຼວດ ສົມທົບກັບແຂວງ ຊອກຈັງ ປະຕິບັດ ດ້ວຍ ຍອດງົບປະມານອົງການຈັດຕັ້ງ, ສ່ວນບຸກຄົນ ໃນສັງຄົມ ຊ່ວຍເຫຼືອ ກ່ວາ 60 ຕື້ ດົ່ງ (ເກືອບ 2,5 ລ້ານ USD). ໄປຄຽງຄູ່ກັນນັ້ນ, ແຂວງ ຊອກຈັງ ໄດ້ລະດົມແຫຼ່ງກຳລັງປະກອບ ເງິນເດືອນວັນໜຶ່ງ ຈາກຄອບຄົວ, ປະຊາຄົມ, ກຳລັງປະກອບອາວຸດ, ສະມາຊິກຊາວໜຸ່ມ, ຊາວໜຸ່ມຕະລຸມບ່ອນ, ຜູ້ອາສາສະໝັກ ເຂົ້າຮ່ວມການຂົນສົ່ງວັດຖຸອຸປະກອນກໍ່ສ້າງເຮືອນຢູ່... ຮູບແບບເຮືອນ ໂດຍກະຊວງຕຳຫຼວດຮັບຮອງເອົາ ບົນພື້ນຖານ ການອອກແບບ ທີ່ໄດ້ຮັບການເຫັນດີເປັນເອກະພາບ ກັບກະຊວງກໍ່ສ້າງ ແລະ ພະແນກກໍ່ສ້າງແຂວງ ຊອກຈັງ.



ຕອບກັບ

ຂ່າວ/ບົດ​ອື່ນ