ການເຄື່ອນໄຫວດ້ານວັດທະນະທຳມີຄວາມໝາຍຫຼາຍຢ່າງຈະໄດ້ຈັດຕັ້ງໃນໂອກາດ30/4ແລະ1/5

ການເຄື່ອນໄຫວດ້ານວັດທະນະທຳມີຄວາມໝາຍຫຼາຍຢ່າງຈະໄດ້ຈັດຕັ້ງໃນໂອກາດ30/4ແລະ1/5 - ảnh 1
ພາບປະກອບ

(vovworld) – ນະຄອນ ​ຮ່າ​ໂນ້ຍ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ກິລາ​ຫຼາຍ​ຢ່າງ​ເພື່ອສະ​ເຫຼີ​ມສະຫຼອງ 41 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30/4/1975 – 30/4/2016), ວັນ​ກຳມະກອນ​ສາກົນ (1/5), 126 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິນ. ບັນດາການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນ​ໃນ​ໂອກາດ​ນີ້​ລວມມີ: ລາຍການສະ​ແດງ​​ໂຊ​ແຟຊັນ​ຢູ່​ໜອງ​ຮ່ວານ​ກ້ຽມ “ສີສັນ​ຮ່າ​ໂນ້ຍ” ຢູ່​ວິຫານ​ງອກ​ເຊີນ, ວັນ​ບຸນສະ​ແດງ​ສິລະ​ປະ​ຢູ່​ຕາມ​ທ້ອງຖະໜົນ ​ແລະ ອາຫານ​ການ​ກິນ ຮ່າ​ໂນ້ຍ ​ເດີມຢູ່​ໜອງ​ຈຸກ​ແປັກ

        ​ໃນ​ຂະນະ​ນັ້ນ, ນະຄອນ ​ໂຮ່ຈີ​ມິນ ​ກໍ່​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວລະ​ຫຼິ້ນ, ບັນ​ເທິງ​ຫຼາຍ​ທີ່​ຟົດ​ຟື້ນ, ມີ​ຄວາມດຶງ​ດູດຫຼາຍ​ຢ່າງຢູ່​ສະຖານ​ທີ່​ຕ່າງໆ​ຂອງ​ນະຄອນ. ຕອນ​ຄຳ່​ວັນ​ທີ 30/4, ຈະ​ມີລາຍການ​ສະ​ແດງ​ສິລະ​ປະ​ຢູ່​ສວນສາທາລະນະ 23/9 (​ເມືອງ 1). ພ້ອມກັນ​ນັ້ນ, ນະຄອນ​ກໍ່ໄດ້​ຈັດ​ຕັ້ງການ​​ເດີນສວນ​ສະໜາມສະ​ແດງ​ສິລະ​ປະ ​ແລະ ກິລາ​ກາ​ຍະ​ກຳຢູ່ຕາມ​ຖະໜົນ ຫງວຽນ​ເຫ້ວ. ພິ​ເສດ, ຕອນ​ຄຳ່​ວັນ​ທີ 30/4, ນະຄອນ​ຈະ​ຈັດ​ຕັ້ງ​ການ​ຍິງ​ບັ້ງ​ໄຟ​ດອກຢູ່ 4 ​ແຫ່ງ.

        ​ເນື່ອງ​ໃນ​ໂອກາດ​ນີ້, ບັນດາ​​ເຂດລະ​ຫຼິ້ນ​ບັນ​ເທີງ​ຢູ່​ນະຄອນ​ໃຫຍ່​ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ກໍ່​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວພິ​ເສດ​ເພື່ອ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ.


ຂ່າວ/ບົດ​ອື່ນ