ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ

ການເຄື່ອນໄຫວຕ່າງໆ ສະເຫຼີມສະຫຼອງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1

(ພາບປະກອບ:dan tri.com)​

( vovworld ) – ​ເນື່ອງ​ໃນ​ໂອກາດສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງ​ວັນທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/7/1947-27/7/2012), ຕອນ​ເຊົ້າວັນ​ທີ 25/7, ທ່ານ​ຮອງປະທານສະພາ​ແຫ່ງ​ຊາດ​ຫວຽດນາມ Huynh Ngoc Son ​ແລະ ຄະນະ​ປະຕິບັດ​ງານ​ຂອງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ແມ່​ຫວຽດນາມ​ວິລະ​ຊົນ, ຄອບຄົວທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດດີ​ເດັ່ນ​ຈ​ຳນວນ 1 ໃນ​ບໍລິ​ເວນ​ແຂວງ​ດັກ​ລັກ ​ແລະ ທະ​ຫວາຍ​ທູບ​ທຽນ​ຢູ່​ສຸສານນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ແຂວງ.

    ​​ແລະໃນ​ເວລາ​ດຽວ​ກັນ, ທ່ານ​ຮອງນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ​ແລະ ການ​ນຳ​ແຂວງ Quang Tri ​ໄດ້​ໄປ​ທະ​ຫວາຍ​ທູບ​ທຽນ ອາ​ໄລ​ຫາ​ດງວວິນ​ຍານບັນດາ​ນັກ​ວິລະ​ຊົນ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຢູ່​ສຸສານນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ແຫ່ງ​ຊາດ Truong Son, ​ເຂົ້າຮ່ວມ​ພິທີ​ເປີດ​ສະຫຼອງອະນຸສາວະລີນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ Ben Tat-Truong Son ຊື່​ງ​​ເປັນ​ແຫ່ງ​ບູຊາ ອາ​ໄລ​ຫາ​ບັນດານັກຮົບ​ເສຍສະຫຼະ​ຊີວິດ​​ໃນ​ເສັ້ນທາງ Truong Son ​ແລະ ​ໄປຢ້ຽມຢາມ, ມອບ​ຂອງຂວັນ​ຄອບຄົວ​ນະ​ໂຍບາຍ​ຕາ​ແສງ Vinh Truong ​ເມືອງ Gio Linh ແຂວງ Quang Tri.

 

 

 

 

 

ຂ່າວ/ບົດ​ອື່ນ