ການເຄື່ອນໄຫວຕ່າງໆ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ 26/03

ການເຄື່ອນໄຫວຕ່າງໆ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ 26/03 - ảnh 1
(ງານ​ພົບ​ປະ​ແລກປ່ຽນ​ໄວ​ໜຸ່ມ​ແບບຢ່າງດີ​ເດັ່ນ​ຫວຽດນາມ ປີ 2013)

(vovworld) - ຕອນ​ຄໍ່າ​ວັນ​ທີ 21/03, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ, ກອງ​ທຶນ​ໜູນ​ຊ່ວຍ​ໄວ​ໜຸ່ມ​ທີ່​ມີຄວາມ​​ເກັ່ງ​ກ້າສາມາດ​ຫວຽດນາມ, ​ໂທລະພາບ​ຫວຽດນາມ ​ແລະ ມະຫາວິທະ​ຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ​ໄດ້ສົມທົບ​ກັນ​ຈັດ​ຕັ້ງ​ງານ​ພົບ​ປະ​ແລກປ່ຽນ​ໄວ​ໜຸ່ມ​ແບບຢ່າງດີ​ເດັ່ນ​ຫວຽດນາມ ປີ 2013 ດ້ວຍ​ຫົວ​ຂໍ້​ວ່າ “ຄວາມ​ມຸ່ງ​ຫວັງ​ຫວຽດນາມ - ອະນາຄົດ​ຫວຽດນາມ”. ທີ່​ການ​ພົບ​ປະ​ແລກປ່ຽນ, ​ໄວ​ໜຸ່ມທີ່​ດີ​ເດັ່ນຫວຽດນາມ ປີ 2013 10ຄົນ ​ແລະ ​ໄວ​ໜຸ່ມ​ທີ່ມີ​ແງ່​ຫວັງ​ປີ 2013 10 ຄົນ ​ໄດ້​ຮັບ​ໄປ​ຍ້ອງຍໍ​ຂອງ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ.

        ​ໃນ​ໂອກາດ​ນີ້, ​ແຂວງ ຫາຍ​ເຢືອງ ​ແລະ ນະຄອນ​ຮ່າ​ໂນ້ຍ ​ກໍ່ໄດ້​ຈັດພິທີ​ຍ້ອງ​ຍໍ​ບັນດາ​ເລຂາ​ຄະນະ​ຊາວ​ໜຸ່ມ​ກອມ​ມູ​ນິດ​ໂຮ່ຈິ​ມິນ ທີ່ດີ​ເດັ່ນ. ​ໄວ​ໜຸ່ມ​ກຸ່ມ​ອົງ​ການຕ່າງໆ​ແຂວງ​ກວາງ​ບິ່ງ ​ແລະ ​ເບ໋ນ​ແຈ ​ໄດ້​ປຸກລະດົມ​ຂະ​ບວນການ​ກໍ່ສ້າງ​ບັນດາ​ກິດຈະກຳ​ຊາວ​ໜຸ່ມ​ປີ 2014.

        ສ່ວນ​ຢູ່​ນະຄອນຫຼວງ​ວຽງ​ຈັນ, ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ ​ໄດ້​ຈັດການ​ງານ​ປະ​ກວດ “ນັກ​ສຶກສາສຸພາບ ປີ 2014”, ​ເຊິ່ງ​ໄດ້​ເປີດ​ທິດ​ເຄື່ອນ​ໄຫວ​ໃໝ່​ໃນ​ວຽກ​ງານ​ຊາວ​ໜຸ່ມ ຂອງ​ນັກ​ສຶກສາ​ຫວຽດນາມ ທີ່​ພວມ​ຮໍ່າຮຽນ ຢູ່​ລາວ.

ຂ່າວ/ບົດ​ອື່ນ