ການເຄື່ອນໄຫວຕ່າງໆຂອງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ຢູ່ ອຽກລັງ

(VOVWORLD) - ທີ່ການພົບປະ, 2 ຝ່າຍມີຄວາມເຊື່ອໝັ້ນວ່າ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອເປີດກວ້າງການຮ່ວມມື 2 ຝ່າຍ
ການເຄື່ອນໄຫວຕ່າງໆຂອງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ຢູ່ ອຽກລັງ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ  ບຸຍແທັງເຊີນ ພົບປະກັບທ່ານປະທານສະພາສູງ ອຽກລັງ Jerry Buttimer ແລະ ທ່ານປະທານສະພາຕ່ຳ Seán Ó Fearghail
(ພາບ: TTXVN)

        ວັນທີ 29 ກຸມພາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານປະທານສະພາສູງ ອຽກລັງ Jerry Buttimer ແລະ ທ່ານປະທານສະພາຕ່ຳ Seán Ó Fearghail.

        ທີ່ການພົບປະ, 2 ຝ່າຍມີຄວາມເຊື່ອໝັ້ນວ່າ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອເປີດກວ້າງການຮ່ວມມື 2 ຝ່າຍ; ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຍູ້ແຮງການຮ່ວມມືຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ, ຊຸກຍູ້ການຜັນຂະຫຍາຍ ເພື່ອມຸ່ງໄປເຖິງບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG), ເປີດກວ້າງການພົບປະແລກປ່ຽນປະຊາຊົນ, ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ ແລະ ພັດທະນາແບບຍືນຍົງ.

        ໃນວັນດຽວກັນ, ທ່ານລັດຖະມົນຕີ ບຸຍແທັງເຊີນ ກໍ່ໄດ້ພົບປະກັບທ່ານ Patrick Gerard McKillen, ກົງສຸນກິດຕິມະສັກຂອງ ຫວຽດນາມ ຢູ່ Dublin. ທ່ານ ບຸຍແທງເຊີນ ເຊື່ອໝັ້ນວ່າ, ທ່ານ McKillen, ຈະເປັນຂົວຕໍ່ມິດຕະພາບທີ່ສຳຄັນໃນການຊຸກຍູ້ການພົວພັນ ຫວຽດນາມ - ອຽກລັງ ໃນຫຼາຍຂົງເຂດ, ໂດຍສະເພາະແມ່ນເຊື່ອມຕໍ່ວິສາຫະກິດ, ການສຶກສາ - ບຳລຸງສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ